ຂ່າວສານ

ຂ່າວສານ

ຕະຫຼາດຊຸມຊົນບຸບຜາ ຖືກນ້ຳຖ້ວມ ແຕ່ພໍ່ຄ້າແມ່ຄ້າຍັງສືບຕໍ່ເປີດຂາຍປົກກະຕິ ໂດຍຍ້າຍມາຢູ່ແຄມທາງ ຝາກທາງບ້ານພັກບຸບຜາແມ່ຂອງ

ໃນວັນທີ 21 ສິງຫາ 2026 ນີ້, ຍ້ອນລະດັບນ້ຳໄດ້ເພີ່ມສົງຂຶ້ນ ເຮັດໃຫ້ເຂດຕະຫຼາດຊຸມຊົນບຸບຜາ ຖືກນ້ຳຖ້ວມຂັງ. ເຖິງຢ່າງໃດກໍດີ, ເພື່ອຮັບປະກັນການສະໜອງເຄື່ອງອຸປະໂພກ-ບໍລິໂພກ ແລະ ອາຫານປະຈຳວັນໃຫ້แก่ຊຸມຊົນ, ບັນດາພໍ່ຄ້າແມ່ຄ້າພາກັນສູ້ຊົນ ແລະ ສືບຕໍ່ເປີດຂາຍເຄື່ອງຕາມປົກກະຕິ. ໂດຍໃນໄລຍະນີ້ນັ້ນ, ເຂົາເຈົ້າໄດ້ຊົ່ວຄາວເຍື້ອງ ແລະ ຍ້າຍສະຖານທີ່ຂາຍມາຢູ່ບໍລິເວນແຄມທາງ (ຝາກທາງກົງກັນຂ້າມກັບບ້ານພັກບຸບຜາແມ່ຂອງ).

ຂ່າວສານ ໄຮໄລ້

ທ່ານ ເລຂາພັກເມືອງຈໍາປາສັກ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ບ້ານແຄມເມືອງຈໍາປາສັກ

ວັນທີ 20.8.2026 ທ່ານ ເລຂາພັກເມືອງຈໍາປາສັກ ພ້ອມດ້ວຍຄະນະ ລົງສຳຫຼວດ ແລະ ຕິດຕາມສະພາບນໍ້າຖ້ວມ ຕາມບ້ານແຄມຂອງ ເມືອງຈໍາປາສັກ. ທິມງານ GLC ພ້ອມຄະນະບ້ານ ມີຄວາມພາກພູມໃຈ, ດີໃຈ ແລະ ຂໍຂອບໃຈ ທ່ານເລຂາ ພ້ອມຄະນະຫຼາຍໆທີ່ມາໃຫ້ກຳລັງໃຈະວກເຮົາ. ຂໍໃຫ້ນໍ້າບົກລົງໄວໆເດີ

ກິດຈະກຳ ຂ່າວສານ

ວັນທີ 3: ວັນພະຫັດ, 9.7.2026 | ເສີມສ້າງສັກກະຍະພາບໃຫ້ຊາວໜຸ່ມອາສາສະໝັກ!

ໃນມື້ນີ້, ຊາວໜຸ່ມອາຊຽນ, ພະນັກງານວິຊາການຈາກພາກລັດ ແລະ ກຸ່ມຜະລິດ ໄດ້ຮຽນຮູ້ຢ່າງເຈາະເລິກກ່ຽວກັບ ໂຄງສ້າງຂອງກອງທຶນຕະຫຼາດຊຸມຊົນ ແລະ ການນໍາໃຊ້ ລະບົບບັນຊີຄູ່ (Dual System) ທີ່ຄວບຄູ່ກັນທັງແບບປຶ້ມ ແລະ ລະບົບດີຈີຕອນ (MIS). ການເຮັດແບບນີ້ ແມ່ນເພື່ອຊ່ວຍໃຫ້ສາມາດກວດສອບຄືນ (Double-check) ເພື່ອປ້ອງກັນຂໍ້ຜິດພາດ

ກິດຈະກຳ ຂ່າວສານ ໄຮໄລ້

ກິດຈະກຳວັນທີ 2 ສຸດພິເສດ! eYYA Cohort 6, Group 4, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຈໍາປາສັກພ້ອມດ້ວຍຄະນະຊີ້ນໍາໂຄງການ, ພະນັກງານ

ກິດຈະກຳວັນທີ 2 ສຸດພິເສດ! 🌟 eYYA Cohort 6, Group 4, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຈໍາປາສັກພ້ອມດ້ວຍຄະນະຊີ້ນໍາໂຄງການ, ພະນັກງານ . ຈາກນັ້ນ, ພວກເຮົາໄດ້ຮ່ວມກັນສຶກສາ ປະຫວັດຄວາມເປັນມາ ຂອງ ປະສາດຫີນວັດພູ

ກິດຈະກຳ ຂ່າວສານ ຂ່າວສານໂຄງການ ບໍ່ມີໝວດໝູ່ ໄຮໄລ້

GLC ຮ່ວມມື ເມືອງຈຳປາສັກ ຂັບເຄື່ອນ 2 ໂຄງການໃຫຍ່ ພັດທະນາຊຸມຊົນ ແລະ ທ່ອງທ່ຽວຍືນຍົງ

ໃນວັນທີ 29 ມິຖຸນາ 2026, ຜູ້ບໍລິຫານສູນຮຽນຮູ້ສີຂຽວ (GLC) ພ້ອມດ້ວຍທີມງານ ແລະ ກຸ່ມຜະລິດ ໄດ້ຮ່ວມກອງປະຊຸມກັບອົງການປົກຄອງເມືອງຈຳປາສັກ ແລະ ຫ້ອງການອ້ອມຂ້າງ ເພື່ອຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການ ແລະ ວາງແຜນຂັບເຄື່ອນ 2 ໂຄງການໃຫຍ່ ຄື: Lasting Laos

ຂ່າວສານ ໄຮໄລ້

ກ້າວສູ່ມາດຕະຖານສາກົນ! 

​ຂໍສະແດງຄວາມຍິນດີກັບ ທ່ານ ປະມວນ ເພັດທານີ ຜູ້ກໍ່ຕັ້ງ ສູນຮຽນຮູ້ສີຂຽວ (GLC) ທີ່ໄດ້ຮັບການຢັ້ງຢືນເປັນ Qualified Auditor ຢ່າງເປັນທາງການຈາກ Cerise+SPTF. ​ຜົນສຳເລັດນີ້ຄືການຢືນຢັນເຖິງຄວາມເປັນມືອາຊີບຂອງພວກເຮົາ ໃນການນຳໃຊ້ມາດຕະຖານລະດັບໂລກ ມາພັດທະນາຂະແໜງການເງິນ ແລະ ສັງຄົມໃນລາວໃຫ້ຍືນຍົງ.​#GLCLao#CeriseSPTF#ProfessionalAuditor#LaoExpert https://www.linkedin.com/posts

ຂ່າວສານ

ອຳນວຍການ ສູນຮຽນຮູ້ສີຂຽວ (GLC) ໄດ້ເຂົ້າຮ່ວມກອງປະຊຸມ ວາງແຜນຍຸດທະສາດ ຄັ້ງທີ 1 ໂຄງການ ສົ່ງເສີມພັດທະນາ ເສດຖະກິດ ສຳລັບແມ່ຍິງ ໃນ ສປປ ລາວ (EMPOWER)

ອຳນວຍການ ສູນຮຽນຮູ້ສີຂຽວ (GLC) ໄດ້ເຂົ້າຮ່ວມກອງປະຊຸມ ວາງແຜນຍຸດທະສາດ ຄັ້ງທີ 1 ໂຄງການ ສົ່ງເສີມພັດທະນາ ເສດຖະກິດ ສຳລັບແມ່ຍິງ ໃນ ສປປ ລາວ (EMPOWER) ໃນວັນທີ 11 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ.

ກິດຈະກຳ ຂ່າວສານ

ອອກແຮງງານສາມັກຄີ ຕະຫລາດຊຸມຊົນບຸບຜາ ຫ້ວຍແຫ້-ທ່າແຕງ

ອອກແຮງງານສາມັກຄີ ຕະຫລາດຊຸມຊົນບຸບຜາ ຫ້ວຍແຫ້-ທ່າແຕງ. ຂອບໃຈສາວໆ ກຸ່ມຜະລິດ “ແຊບຫຼາຍເດີແມ່“ແລະ ກຸ່ມຊາວຕະຫຼາດເດີ ທີ່ຊ່ວຍກັນຮັກສາຄວາມສະອາດ. ຊ່ວຍສ້າງຕະຫຼາດຊຸມຊົນ ໃຫ້ ເປັນເອກະລັກ ແລະ ສະອາດງາມຕາຢູ່ສະເໝີ. “ສາມັກຄີຄືພະລັງສູ່ຄວາມສຳເລັດທີ່ຍືນຍົງ”

ຂ່າວສານ ໄຮໄລ້

ກ້າວສຳຄັນສູ່ການພັດທະນາຊຸມຊົນທີ່ຍືນຍົງ

ໃນວັນທີ 5.5.2026, ສູນຮຽນຮູ້ສີຂຽວ (GLC) ຂອງພວກເຮົາຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບການລົງເຄື່ອນໄຫວຢ້ຽມຢາມຈາກ ທ່ານເລຂາພັກເມືອງ, ປະທານປົກຄອງເມືອງໆຈຳປາສັກ ພ້ອມດ້ວຍຄະນະ. ໃນການລົງຢ້ຽມຢາມຄັ້ງນີ້, ບັນດາທ່ານຜູ້ນຳໄດ້ຮ່ວມວາງແຜນກໍ່ສ້າງຂົວນ້ອຍບ້ານກະຕຶບ ແລະ ຢ້ຽມຢາມຕະຫຼາດຊຸມຊົນບຸບຜາ ບ້ານຫ້ວຍແຫ້/ທ່າແຕງ. ພ້ອມນີ້, ຍັງໄດ້ໃຫ້ທິດທາງອັນລ້ຳຄ່າແກ່ ກຸ່ມຜະລິດ “ແຊບຫຼາຍເດີແມ່” ໃນການຍົກລະດັບຜະລິດຕະພັນຫັດຖະກຳ, ການແປຮູບປາ

ຂ່າວສານ ໄຮໄລ້

ສາມັກຄີຄືພະລັງ “ສ້າງທາງ ເຂົ້າຕະຫລາດຊຸມຊົນ”

ສາມັກຄີຄືພະລັງ “ສ້າງທາງ ເຂົ້າຕະຫລາດຊຸມຊົນ” ອອກແຮງງານລວມ ຊາວບ້ານ ຫລາຍກ່ວາ 80 ຄອບຄົວ ເປັນແຮງງານ. ສະໜັບສະໜູນ ທຶນ ຊີມັງ/ຫີນຊາຍ ເຫລັກ ໂດຍ ເຮືອນພັກບຸບຜາແມ່ຂອງ #BMG ສູນຮຽນຮູ້ສີຂຽວ #GLC ແລະ ໂຄງການ

ຂ່າວສານ ຜົນສຳເລັດ

ບົດເລື່ອງຄວາມສຳເລັດ: ນາງ ສຸກສະຫວັນ (ກຸດ)

ນາງ ສຸກສະຫວັນ (ກຸດ), ຊ່າງຕັດຫຍິບທີ່ມີຄວາມມຸ່ງໝັ້ນຈາກບ້ານທ່າແຕງ, ສາມາດສ້າງລາຍຮັບເພີ່ມຂຶ້ນຢ່າງໂດດເດັ່ນເຖິງ 200% — ໂດຍລາຍຮັບຕໍ່ເດືອນໄດ້ເພີ່ມຂຶ້ນ 3 ເທົ່າ ຈາກ 1 ລ້ານກີບ ກາຍມາເປັນ 3 ລ້ານກີບ — ຫຼັງຈາກທີ່ລາວໄດ້ຍ້າຍຮ້ານຕັດຫຍິບຈາກເຮືອນ ມາຕັ້ງຢູ່ ຕະຫຼາດຊຸມຊົນ

ຂ່າວສານ

ສາວໆ ກຸ່ມ “ແຊບຫລາຍເດີແມ່”

ສາວໆ ກຸ່ມ “ແຊບຫລາຍເດີແມ່” ແລະ ກຸ່ມ ກອງທຶນຕະຫລາດຊູມຊົນກະສູ້ຊົນຮໍ່າຮຽນ ເອົາຂໍ້ມູນເຂົ້າຄອມພິວເຕີ “ເຮັດໄປນໍາ ຮຽນໄປນໍາ” ຈັກໜ່ອຍກະເກັ່ງເອງ

Write a review

ເລື່ອນຂຶ້ນເທິງ