ວັນທີ 3: ວັນພະຫັດ, 9.7.2026 | ເສີມສ້າງສັກກະຍະພາບໃຫ້ຊາວໜຸ່ມອາສາສະໝັກ!

ໃນມື້ນີ້, ຊາວໜຸ່ມອາຊຽນ, ພະນັກງານວິຊາການຈາກພາກລັດ ແລະ ກຸ່ມຜະລິດ ໄດ້ຮຽນຮູ້ຢ່າງເຈາະເລິກກ່ຽວກັບ ໂຄງສ້າງຂອງກອງທຶນຕະຫຼາດຊຸມຊົນ ແລະ ການນໍາໃຊ້ ລະບົບບັນຊີຄູ່ (Dual System) ທີ່ຄວບຄູ່ກັນທັງແບບປຶ້ມ ແລະ ລະບົບດີຈີຕອນ (MIS). ການເຮັດແບບນີ້ ແມ່ນເພື່ອຊ່ວຍໃຫ້ສາມາດກວດສອບຄືນ (Double-check) ເພື່ອປ້ອງກັນຂໍ້ຜິດພາດ ແລະ ຮັບປະກັນວ່າຂໍ້ມູນທາງການເງິນທຸກຢ່າງມີຄວາມຖືກຕ້ອງ ແລະ ໂປ່ງໃສທີ່ສຸດ!

ເລື່ອນຂຶ້ນເທິງ