ກິດຈະກຳວັນທີ 2 ສຸດພິເສດ! eYYA Cohort 6, Group 4, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຈໍາປາສັກພ້ອມດ້ວຍຄະນະຊີ້ນໍາໂຄງການ, ພະນັກງານ

ກິດຈະກຳວັນທີ 2 ສຸດພິເສດ! 🌟 eYYA Cohort 6, Group 4, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຈໍາປາສັກພ້ອມດ້ວຍຄະນະຊີ້ນໍາໂຄງການ, ພະນັກງານ . ຈາກນັ້ນ, ພວກເຮົາໄດ້ຮ່ວມກັນສຶກສາ ປະຫວັດຄວາມເປັນມາ ຂອງ ປະສາດຫີນວັດພູ ແລະ ແຜນຜັງທີກ່ຽວຂ້ອງ ຈາກຫໍພິພິຕະພັນວັດພູ ແລະ ພົບວ່າສູນ GLC & BMG ແມ່ນຕັ້ງຢູ່ໃນເຂດມໍລະດົກໂລກ ຢູເນສໂກ (UNESCO) ເຊິ່ງຕັ້ງຢູ່ກົງກັນຂ້າມກັບ ຄັນໝາກຮຸກ ແລະ ວັດໂຕະໂໝະ! ✨ ນອກຈາກນີ້, ນ້ອງໆ ຊາວໜຸ່ມຍັງໄດ້ຮ່ວມກັນສຶກສາຜະລິດຕະພັນຂອງຝາກທ້ອງຖິ່ນ ແລະ ວາງແຜນອອກແບບໂບຣຊົວລາຍການທ່ອງທ່ຽວ (Tour Brochure) ເພື່ອດຶງດູດນັກທ່ອງທ່ຽວໃຫ້ມາສຳຜັດກັບຊຸມຊົນທີ່ມີເອກະລັກແຫ່ງນີ້ ແລະ ສົ່ງເສີມການທ່ອງທ່ຽວໂດຍຊຸມຊົນ (CBT) ຢ່າງຍືນຍົງ!

ເລື່ອນຂຶ້ນເທິງ