ພິທີບາສີສູ່ຂວັນຕາມປະເພນີລາວຢ່າງອົບອຸ່ນ ເພື່ອຕ້ອນຮັບອາສາສະໝັກຈາກໂຄງການ eYAA (Empowering Youth Across ASEAN) ພ້ອມດ້ວຍຜູ້ຕາງໜ້າຈາກ ມູນນິທິ ອາຊຽນ (ASEAN Foundation) ແລະ ມູນນິທິ ເມແບງ (Maybank Foundation).
ພິທີບາສີສູ່ຂວັນ ແມ່ນປະເພນີອັນດີງາມ ແລະ ສັກສິດຂອງລາວ ທີ່ຈັດຂຶ້ນເພື່ອຕ້ອນຮັບແຂກມານ້ຽມຢາມ, ອວຍພອນໃຫ້ພົບແຕ່ໂຊກດີ ແລະ ເສີມສ້າງຄວາມສາມັກຄີ. ໃນລະຫວ່າງພິທີ, ຜູ້ເຂົ້າຮ່ວມຈະໄດ້ຮັບການຜູກແຂນດ້ວຍຝ້າຍຂາວ ເຊິ່ງເປັນສັນຍາລັກ ແຫ່ງຄວາມຫວັງດີ, ຄວາມຄຸ້ມຄອງປ້ອງກັນ, ຄວາມສຸກ ແລະ ຄວາມສໍາເລັດ.
ການຮ່ວມຊຸມນຸມໃນຄັ້ງນີ້ ຈັດຂຶ້ນເພື່ອສະແດງຄວາມຂອບໃຈຢ່າງສຸດຊຶ້ງ ຕໍ່ຄະນະຜູ້ຕາງໜ້າ ແລະ ອາສາສະໝັກ ທັງເປັນການຮ່ວມອວຍພອນ ໃຫ້ການປະຕິບັດພັນທະກິດ ທີ່ກໍາລັງຈະມາເຖິງນີ້ ດໍາເນີນໄປຢ່າງຮຽບຮ້ອຍ, ປະສົບຜົນສໍາເລັດຢ່າງງົດງາມ ແລະ ສ້າງຜົນກະທົບ ທີ່ດີໃຫ້ກັບສັງຄົມ.










