ໃນວັນທີ 29 ມິຖຸນາ 2026, ຜູ້ບໍລິຫານສູນຮຽນຮູ້ສີຂຽວ (GLC) ພ້ອມດ້ວຍທີມງານ ແລະ ກຸ່ມຜະລິດ ໄດ້ຮ່ວມກອງປະຊຸມກັບອົງການປົກຄອງເມືອງຈຳປາສັກ ແລະ ຫ້ອງການອ້ອມຂ້າງ ເພື່ອຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການ ແລະ ວາງແຜນຂັບເຄື່ອນ 2 ໂຄງການໃຫຍ່ ຄື: Lasting Laos ແລະ ASEAN Youth Empowerment.
ໂດຍມີກິດຈະກຳຫຼັກແມ່ນການຕ້ອນຮັບຄະນະອາສາສະໝັກຊາວໜຸ່ມ 11 ປະເທດອາຊຽນ (eYAA Cohort 6) ໃນວັນທີ 7-20 ກໍລະກົດ 2026 ເພື່ອຮ່ວມກັນພັດທະນາຜະລິດຕະພັນທ້ອງຖິ່ນ, ສົ່ງເສີມ, ໂຄສະນາ ແລະ ອອກແບບໂປຣແກຣມທ່ອງທ່ຽວແບບມີສ່ວນຮ່ວມຂອງຊຸມຊົນ ແລະ ຮັກສາສິ່ງແວດລ້ອມ, ພ້ອມທັງກະກຽມຈັດງານຕະຫຼາດນັດຊຸມຊົນ ໃນວັນທີ 17 ກໍລະກົດ 2026 ນີ້













