
ຕະຫຼາດຊຸມຊົນບຸບຜາ ຖືກນ້ຳຖ້ວມ ແຕ່ພໍ່ຄ້າແມ່ຄ້າຍັງສືບຕໍ່ເປີດຂາຍປົກກະຕິ ໂດຍຍ້າຍມາຢູ່ແຄມທາງ ຝາກທາງບ້ານພັກບຸບຜາແມ່ຂອງ
ໃນວັນທີ 21 ສິງຫາ 2026 ນີ້, ຍ້ອນລະດັບນ້ຳໄດ້ເພີ່ມສົງຂຶ້ນ ເຮັດໃຫ້ເຂດຕະຫຼາດຊຸມຊົນບຸບຜາ ຖືກນ້ຳຖ້ວມຂັງ. ເຖິງຢ່າງໃດກໍດີ, ເພື່ອຮັບປະກັນການສະໜອງເຄື່ອງອຸປະໂພກ-ບໍລິໂພກ ແລະ ອາຫານປະຈຳວັນໃຫ້แก่ຊຸມຊົນ, ບັນດາພໍ່ຄ້າແມ່ຄ້າພາກັນສູ້ຊົນ ແລະ ສືບຕໍ່ເປີດຂາຍເຄື່ອງຕາມປົກກະຕິ. ໂດຍໃນໄລຍະນີ້ນັ້ນ, ເຂົາເຈົ້າໄດ້ຊົ່ວຄາວເຍື້ອງ ແລະ ຍ້າຍສະຖານທີ່ຂາຍມາຢູ່ບໍລິເວນແຄມທາງ (ຝາກທາງກົງກັນຂ້າມກັບບ້ານພັກບຸບຜາແມ່ຂອງ).

ທ່ານ ເລຂາພັກເມືອງຈໍາປາສັກ ລົງຕິດຕາມສະພາບນໍ້າຖ້ວມ ຢູ່ບ້ານແຄມເມືອງຈໍາປາສັກ
ວັນທີ 20.8.2026 ທ່ານ ເລຂາພັກເມືອງຈໍາປາສັກ ພ້ອມດ້ວຍຄະນະ ລົງສຳຫຼວດ ແລະ ຕິດຕາມສະພາບນໍ້າຖ້ວມ ຕາມບ້ານແຄມຂອງ ເມືອງຈໍາປາສັກ. ທິມງານ GLC ພ້ອມຄະນະບ້ານ ມີຄວາມພາກພູມໃຈ, ດີໃຈ ແລະ ຂໍຂອບໃຈ ທ່ານເລຂາ ພ້ອມຄະນະຫຼາຍໆທີ່ມາໃຫ້ກຳລັງໃຈະວກເຮົາ. ຂໍໃຫ້ນໍ້າບົກລົງໄວໆເດີ

ວັນທີ 3: ວັນພະຫັດ, 9.7.2026 | ເສີມສ້າງສັກກະຍະພາບໃຫ້ຊາວໜຸ່ມອາສາສະໝັກ!
ໃນມື້ນີ້, ຊາວໜຸ່ມອາຊຽນ, ພະນັກງານວິຊາການຈາກພາກລັດ ແລະ ກຸ່ມຜະລິດ ໄດ້ຮຽນຮູ້ຢ່າງເຈາະເລິກກ່ຽວກັບ ໂຄງສ້າງຂອງກອງທຶນຕະຫຼາດຊຸມຊົນ ແລະ ການນໍາໃຊ້ ລະບົບບັນຊີຄູ່ (Dual System) ທີ່ຄວບຄູ່ກັນທັງແບບປຶ້ມ ແລະ ລະບົບດີຈີຕອນ (MIS). ການເຮັດແບບນີ້ ແມ່ນເພື່ອຊ່ວຍໃຫ້ສາມາດກວດສອບຄືນ (Double-check) ເພື່ອປ້ອງກັນຂໍ້ຜິດພາດ

ກິດຈະກຳວັນທີ 2 ສຸດພິເສດ! eYYA Cohort 6, Group 4, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຈໍາປາສັກພ້ອມດ້ວຍຄະນະຊີ້ນໍາໂຄງການ, ພະນັກງານ
ກິດຈະກຳວັນທີ 2 ສຸດພິເສດ! 🌟 eYYA Cohort 6, Group 4, ໄດ້ຮັບກຽດຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຈໍາປາສັກພ້ອມດ້ວຍຄະນະຊີ້ນໍາໂຄງການ, ພະນັກງານ . ຈາກນັ້ນ, ພວກເຮົາໄດ້ຮ່ວມກັນສຶກສາ ປະຫວັດຄວາມເປັນມາ ຂອງ ປະສາດຫີນວັດພູ

GLC ຮ່ວມມື ເມືອງຈຳປາສັກ ຂັບເຄື່ອນ 2 ໂຄງການໃຫຍ່ ພັດທະນາຊຸມຊົນ ແລະ ທ່ອງທ່ຽວຍືນຍົງ
ໃນວັນທີ 29 ມິຖຸນາ 2026, ຜູ້ບໍລິຫານສູນຮຽນຮູ້ສີຂຽວ (GLC) ພ້ອມດ້ວຍທີມງານ ແລະ ກຸ່ມຜະລິດ ໄດ້ຮ່ວມກອງປະຊຸມກັບອົງການປົກຄອງເມືອງຈຳປາສັກ ແລະ ຫ້ອງການອ້ອມຂ້າງ ເພື່ອຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການ ແລະ ວາງແຜນຂັບເຄື່ອນ 2 ໂຄງການໃຫຍ່ ຄື: Lasting Laos

ກ້າວສູ່ມາດຕະຖານສາກົນ!
ຂໍສະແດງຄວາມຍິນດີກັບ ທ່ານ ປະມວນ ເພັດທານີ ຜູ້ກໍ່ຕັ້ງ ສູນຮຽນຮູ້ສີຂຽວ (GLC) ທີ່ໄດ້ຮັບການຢັ້ງຢືນເປັນ Qualified Auditor ຢ່າງເປັນທາງການຈາກ Cerise+SPTF. ຜົນສຳເລັດນີ້ຄືການຢືນຢັນເຖິງຄວາມເປັນມືອາຊີບຂອງພວກເຮົາ ໃນການນຳໃຊ້ມາດຕະຖານລະດັບໂລກ ມາພັດທະນາຂະແໜງການເງິນ ແລະ ສັງຄົມໃນລາວໃຫ້ຍືນຍົງ.#GLCLao#CeriseSPTF#ProfessionalAuditor#LaoExpert https://www.linkedin.com/posts