ສໍາເລັດຢ່າງຈົບງາມ: ການຝຶກອົບຮົມ ຄວາມປອດໄພທາງເຮືອ & ການປະຖົມພະຍາບານ (CPR)

ເພື່ອຍົກລະດັບຄວາມປອດໄພໃນການບໍລິການ, ເຮືອນພັກ ບຸບຜາ ເມກອງ (BMG) ຮ່ວມກັບ ໂຄງການ Lasting Laos ແລະ ຄະນະວິທະຍາສາດສາທາລະນະສຸກ ມະຫາວິທະຍາໄລ ຈໍາປາສັກ ໄດ້ຮ່ວມກັນຈັດການຝຶກອົບຮົມ “ຄວາມປອດໄພທາງເຮືອ & ການປະຖົມພະຍາບານ (CPR)” ເປັນເວລາ 1 ວັນ ໃນວັນທີ 03 ພະຈິກ 2026 ໃຫ້ກັບກຸ່ມຄອບຄົວຜູ້ບໍລິການເຮືອທ່ອງທ່ຽວໃນທ້ອງຖິ່ນ.

💡 ເນື້ອຫາສໍາຄັນຂອງການຝຶກອົບຮົມ:

– ສະຫຼຸບກົດລະບຽບຄວາມປອດໄພທາງເຮືອ: ທົບທວນການກວດເຊັກເຮືອກ່ອນອອກເດີນທາງ, ກົດລະບຽບການນຸ່ງເສື້ອຊູຊີບຢ່າງເຄັ່ງຄັດ, ແລະ ນະໂຍບາຍຫ້າມດື່ມແອລກໍຮໍ Alocohol ຕາມຂໍ້ຕົກລົງ BMG’s Code of Conduct.

– ການຊ່ວຍເຫຼືອຜູ້ປະສົບໄພທາງນ້ຳ: ຮຽນຮູ້ ແລະ ປະຕິບັດຕົວຈິງກ່ຽວກັບຂັ້ນຕອນການຊ່ວຍເຫຼືອສຸກເສີນທາງນ້ຳ ນາຍເຮືອ ແລະ ຜູ້ປະຕິບັດງານ.

– ການປະຖົມພະຍາບານ & CPR: ຝຶກປະຕິບັດ CPR ຕົວຈິງກັບຫຸ່ນຝຶກອົບຮົມ ແລະ ການປະຖົມພະຍາບານເບື້ອງຕົ້ນ ໂດຍການນຳພາຂອງຜູ້ຊ່ຽວຊານດ້ານສາທາລະນະສຸກ.

ຂໍຂອບໃຈຢ່າງສູງມາຍັງ ອຳນວຍການ ມະຫາວິທະຍາໄລ ຈໍາປາສັກ, ທີມງານວິທະຍາກອນ, ຜູ້ເຂົ້າຮ່ວມທຸກທ່ານ ແລະ ພັນທະມິດໃນຊຸມຊົນ ທີ່ໄດ້ຮ່ວມມືກັນສ້າງສັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄວາມປອດໄພຍິ່ງຂຶ້ນ! 🙌ມາຮ່ວມກັນພັດທະນາການທ່ອງທ່ຽວຢ່າງມີຄວາມຮັບຜິດຊອບນໍາກັນ! 🌱

#BMG #CommunityTourism #LastingLaos #ChampasakUniversity #BoatSafety #CPR #ResponsibleTourism #Champasak

Write a review

ເລື່ອນຂຶ້ນເທິງ