GLC ຕ້ອນຮັບ ທີມງານ GIZ EMPOWER ແລະ GFA ເພື່ອປຶກສາຫາລືການສົ່ງເສີມສັກກະຍາພາບແມ່ຍິງໃນຊຸມຊົນ ຢູ່ ແຂວງຈຳປາສັກ

ໃນວັນທີ 4-5 ພະຈິກ 2026, GLC ແລະ ກຸ່ມການຜະລິດຂອງພວກເຮົາ ມີຄວາມຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບທີມງານ GIZ EMPOWER ແລະ ຄູ່ຮ່ວມງານຈັດຕັ້ງປະຕິບັດ GFA! 🤝✨

ພວກ ເຮົາໄດ້ປຶກສາຫາລືກັນຢ່າງເລິກເຊິ່ງກ່ຽວກັບກິດຈະກຳຕົ້ນຕໍຂອງໂຄງການ, ໂດຍເນັ້ນໃສ່ການສົ່ງເສີມ ແລະ ເພີ່ມທະວີສັກກະຍາພາບຂອງແມ່ຍິງໃນຊຸມຊົນຂອງພວກເຮົາ. ຜ່ານການ “ຮຽນຮູ້ຈາກການປະຕິບັດຕົວຈິງ” ແລະ ການພັດທະນາໄປເທື່ອລະກ້າວ, GLC ມຸ່ງຫວັງທີ່ຈະເຮັດໜ້າທີ່ເປັນ ຜູ້ໃຫ້ບໍລິການພັດທະນາທຸລະກິດ (BDS Provider) ຜ່ານຮູບແບບ ການຝຶກອົບຮົມຄູຝຶກ (Training of Trainers – 😭) — ເພື່ອສ້າງແມ່ຍິງໃນທ້ອງຖິ່ນໃຫ້ມີຄວາມໝັ້ນໃຈ, ສາມາດoເປັນວິທະຍາກອນ, ສ້າງແຮງບັນດານໃຈ ແລະ ແບ່ງປັນບົດຮຽນໃຫ້ກັບກຸ່ມແມ່ຍິງອື່ນໆ ຢູ່ແຂວງຈຳປາສັກ ແລະ ບັນດາແຂວງໃກ້ຄຽງ. 🌿💪

#WomensEmpowerment #GLC #GIZEMPOWER #GFA #Champasak #BDS #TrainingOfTrainers #LearningByDoing

Write a review

ເລື່ອນຂຶ້ນເທິງ