soukzeed@gmail.com

ຂ່າວສານ

ອີກໜຶ່ງບາດກ້າວສຳຄັນ!

ເຮືອນພັກ ບຸບຜາແມ່ຂອງ ດີໃຈ ແລະ ພາກພູມໃຈຫຼາຍທີ່ໄດ້ຮັບການຄັດເລືອກຮັບທຶນສະໜັບສະໜູນຈາກໂຄງການ Lasting Laos (ລາວຍືນຍາວ) ເພື່ອມາພັດທະນາທຸລະກິດໃຫ້ດີຂຶ້ນກວ່າເກົ່າ. 🌿✨​ພວກເຮົາຂໍຂອບໃຈຢ່າງຈິງໃຈມາຍັງຄະນະຮັບຜິດຊອບໂຄງການ Lasting Laos ທີ່ເຫັນໄດ້ເຖິງຄວາມມຸ່ງໝັ້ນ ແລະ ໃຫ້ໂອກາດອັນມີຄ່ານີ້ແກ່ພວກເຮົາ. ທຶນສະໜັບສະໜູນນີ້ບໍ່ພຽງແຕ່ແມ່ນການຊ່ວຍເຫຼືອດ້ານທຶນຮອນ, ແຕ່ແມ່ນກຳລັງໃຈອັນຍິ່ງໃຫຍ່ໃຫ້ພວກເຮົາກ້າວຕໍ່ໄປໃນເສັ້ນທາງທຸລະກິດສີຂຽວ ແລະ ຍືນຍົງ.​ຝາກຕິດຕາມ ແລະ […]

ຂ່າວສານ

ຜູ້ຮ່ວມກໍ່ຕັ້ງ GLC ການຈະນາ ເພັດທານີ ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການ Young Women’s Leadership Mentoring Programme ຂອງສະຖານທູດອັງກິ

ພວກເຮົາມີຄວາມພາກພູມໃຈທີ່ໄດ້ມາແລກປ່ຽນ: ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ຈັດການ ຂອງພວກເຮົາ, ການຈະນາ ເພັດທານີ ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການ Young Women’s Leadership Mentoring Programme (ປີທີ 2) ຂອງສະຖານທູດອັງກິດ! 🇱🇦🇬🇧 ພວກເຮົາຂໍຂອບໃຈມາຍັງ ທ່ານທູດອັງກິດ ແລະ

ຂ່າວສານ

ຜູ້ກໍ່ຕັ້ງຫຼັກ GLC ໄດ້ຮັບການຮັບຮອງເປັນ ຜູ້ກວດສອບ CP ລະດັບ 3 ຈາກ Cerise+SPTF

ສູນການຮຽນຮູ້ສີຂຽວ (GLC) ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ຜູ້ກໍ່ຕັ້ງຫຼັກ, ປະມວນ ເພັດທານີ ໄດ້ຮັບໃບຢັ້ງຢືນການເປັນ ຜູ້ກວດສອບທາງດ້ານການປົກປ້ອງລູກຄ້າ (CP Auditor – Level 3) ຈາກ Cerise+SPTF ຢ່າງເປັນທາງການ! ດ້ວຍປະສົບການການເປັນ ຜູ້ປະເມີນ SEPM ມາແຕ່ປີ

ກິດຈະກຳ ຂ່າວສານ

ພວກເຮົາກຳລັງກ້າວໄປສູ່ “ທຸລະກິດປອດຢາງພາລາສະຕິກ”

ທີ່ ສູນການຮຽນຮູ້ສີຂຽວ (Green Learning Center) ແລະ ບຸບຜາ ແມ່ຂອງ ເກສເຮົາ (Bubpha Mekong Guesthouse), ຄວາມຍືນຍົງຄືຫົວໃຈສຳຄັນຂອງພວກເຮົາ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ສຳເລັດໂຄງການຝຶກອົບຮົມ “ການຫັນປ່ຽນໄປສູ່ທຸລະກິດປອດຢາງພາລາສະຕິກ” ຢ່າງເປັນທາງການ. ດ້ວຍການຮ່ວມມືກັບ Econox Laos ແລະ

ກິດຈະກຳ ຂ່າວສານ

ເສີມສ້າງທັກສະທຸລະກິດໃຫ້ແກ່ແມ່ຍິງ ແລະ ຊຸມຊົນ ບ້ານຫ້ວຍແຫ້-ທ່າແຕງ

ໃນວັນທີ 10-11 ກຸມພາ 2026 ທີ່ຜ່ານມາ, ສູນການຮຽນຮູ້ສີຂຽວ (GLC) ໄດ້ຈັດການຝຶກອົບຮົມຄັ້ງທີ 2 ໃນຫົວຂໍ້ “ການຂຽນແຜນທຸລະກິດ ແລະ ຄວາມຮູ້ພື້ນຖານດ້ານການເງິນ” ໃຫ້ແກ່ກຸ່ມແປຮູບອາຫານ ແລະ ຜູ້ຄ້າຂາຍໃນຕະຫຼາດຊຸມຊົນ ຫ້ວຍແຫ້-ທ່າແຕງ. ສິ່ງທີ່ພວກເຮົາໄດ້ຮຽນຮູ້ຮ່ວມກັນ: ການຝຶກອົບຮົມຄັ້ງນີ້ເນັ້ນໃສ່ການປ່ຽນວິທີຄິດ ຈາກການເຮັດກິດຈະກຳລາຍຮັບແບບພື້ນຖານ

ຂ່າວສານ ຜົນສຳເລັດ

ຈາກຊາວນາສູ່ການເປັນເຈົ້າຂອງຮ້ານນ້ອຍ – ເສັ້ນທາງຄວາມສຳເລັດຂອງ ແມ່ປ້າອໍ

ໃນໄວ 65 ປີ, ແມ່ປ້າອໍ ໄດ້ພິສູດໃຫ້ເຫັນວ່າ “ບໍ່ມີໃຜແກ່ເກີນຮຽນ” ແລະ ບໍ່ມີຄຳວ່າສາຍເກີນໄປສຳລັບການເລີ່ມຕົ້ນເປັນເຈົ້າຂອງຮ້ານ/ທຸລະກິດ! ກ່ອນທີ່ຈະເຂົ້າຮ່ວມກັບ ສູນການຮຽນຮູ້ສີຂຽວ (GLC) ແລະ ໂຄງການຕະຫຼາດຊຸມຊົນ ຢູ່ບ້ານຫ້ວຍແຫ້, ຊີວິດຂອງ ແມ່ປ້າອໍ ແມ່ນເພິ່ງພາອາໄສເງິນຊ່ວຍເຫຼືອຈາກລູກໆທີ່ໄປເຮັດວຽກຢູ່ຕ່າງປະເທດປະມານ 2 ລ້ານກີບຕໍ່ເດືອນ. ບາງເດືອນກໍບໍ່ພໍໃຊ້

ຂ່າວສານ

ກັບມາສູ່ຂະແໜງການ ການເງິນຈຸລະພາກ “ສສງ” ອີກຄັ້ງ!

ທີມງານ ຄູຝຶກ Green Learning Center (GLC) ສຳເລັດການຝຶກອົບຮົມດ້ານການນຳພາ ແລະ ການເຕີບໂຕທາງຍຸດທະສາດໃຫ້ແກ່ ສສງ ວັນໃໝ່ ທີ່ແຂວງສາລະວັນ 5-6/2/2026. ການນຳໃຊ້ເຄື່ອງມື Balanced Scorecard ແລະ Red- Blue Ocean

ກິດຈະກຳ

ແຈ່ວແຊບໆ ຝີມືກຸ່ມແມ່ຍິງບ້ານຫ້ວຍແຫ້-ທ່າແຕງ ພ້ອມເສີບແລ້ວ!

ແຈ່ວແຊບໆ ຝີມືກຸ່ມແມ່ຍິງບ້ານຫ້ວຍແຫ້-ທ່າແຕງ ພ້ອມເສີບແລ້ວ! > ຫຼັງຈາກທີ່ໄດ້ທົດລອງປຸງແຕ່ງຈົນໄດ້ສູດທີ່ລົງຕົວ ແລະ ແຊບທີ່ສຸດ ມື້ນີ້ພວກເຮົາພ້ອມແລ້ວທີ່ຈະສົ່ງຕໍ່ຄວາມແຊບໃຫ້ທຸກທ່ານໄດ້ຊິມ. ເປັນຜະລິດຕະພັນທີ່ເຮັດດ້ວຍຄວາມຕັ້ງໃຈຂອງເອື້ອຍນ້ອງແມ່ຍິງພາຍໃນບ້ານເຮົາເອງ. ລາຄາພຽງ: 15,000 ກີບ/ກ່ອງ ຊ່ວຍອຸດໜູນ ແລະ ສົ່ງເສີມຜະລິດຕະພັນຊຸມຊົນນຳກັນເດີ້! ສົນໃຈສັ່ງໄດ້ທີ່: 020 56 289 498

ຂ່າວສານ

ພາບບັນຍາກາດຕະຫລາດຊຸມຊົນ ບຸບຜາ ໃນວັນສຸກ ທີ 12/12/2025

ພາບບັນຍາກາດຕະຫລາດຊຸມຊົນ ບຸບຜາ ໃນວັນສຸກ ທີ 12/12/2025 ທີ່ຜ່ານມາ ມີບັນຍາກາດຄຶກຄື້ນຫລາຍ ມີຜູ້ມາຂາຍເຄື່ອງຫລາຍກວ່າ 15 ຮ້ານ ເຊິ່ງມີຮ້ານຂາຍຜັກ, ຊີນໝູ, ປາ, ປະເພດເສັ້ນເຂົ້າປຽກ, ເສັ້ນເຝີ, ເຄື່ອງປຸງແຕ່ງ ແລະ ເຄື່ອງໃຊ້ສອຍທົ່ວໄປ. ມີລູກຄ້າມາຈາກບ້ານຕ່າງໆໃນອ້ອມແອ້ມ. ຕະຫລາດເປີດ

ກິດຈະກຳ

ເຝິກອົບຮົມການຕະຫຼາດອອນລາຍໃຫ້ຊາວບ້ານ ແລະ ພໍ່ຄ້າແມ່ຄ້າ ທີ່ເມືອງຈຳປາສັກ ໂດຍການສະໜັບສະໜູນຈາກ ສະຖານທູດນິວຊີແລນ

ໃນລະຫວ່າງວັນທີ 11-12/12/2025 ທີ່ສູນຮຽນຮູ້ສີຂຽວ, ບ້ານຫ້ວຍແຫ້, ເມືອງຈຳປາສັກ, ແຂວງຈຳປາສັກ ໄດ້ຈັດຝຶກອົບຮົມ ການເຮັດການຕະຫລາດອອນລາຍ/ເຟສບຸກ ໃຫ້ແກ່ຊາວບ້ານ ແລະ ພໍ່ຄ້າ ແມ່ຄ້າ ທີ່ມາຂາຍເຄື່ອງຢູ່ທີ່ຕະຫລາດຊຸມຊົນ ບຸບຜາ ເຊິ່ງທຸຄົນໄດ້ ຮຽນຮູ້ເທັກນິກພື້ນຖານ ການຖ່າຍພາບ ແລະ ຂຽນເນື້ອໃນ ໂພສ

ຂ່າວສານ

ພາບບັນຍາກກາດການຝຶກອົບຮົມ ວັນທີ 6-7/11/2025

ຝຶກອົບຮົມຟຣີ ! ຫຼັກສູດ“ ການທ່ອງທ່ຽວພື້ນຖານ & ຜະລິດຕະພັນອາຫານ” 6-7/11 ກຽມຄວາມພ້ອມໃຫ້ບ້ານຫ້ວຍແຫ້ດ້ານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ທີ່ຕິດພັນກັບແຫຼ່ງທ່ອງທ່ຽວມໍຣະດົກໂລກ ແລະ ວັດໂຕະໂໝະ thanks to #newzealandEmbassy

ຂ່າວສານ

ສ້າງຄວາມເຂັ້ມແຂງການໃຫ້ບໍລິການການເງິນທີ່ມີຄວາມຮັບຜິດຊອບໃນລາວ

ໃນວັນທີ 29 ຕຸລາ 2025, ຜູ້ອໍານວຍການ ສູນຮຽນຮູ້ສີຂຽວ ໄດ້ມີໂອກາດເຂົ້າຮ່ວມເປັນຜູ້ແປພາສາ ແລະ ປະກອບສ່ວນໃນກອງປະຊຸມສຳມະນາກ່ຽວກັບ ກົດລະບຽບການປະພຶດຂອງການເງິນຈຸລະພາກລາວ (Lao Microfinance Code of Conduct), ເຊິ່ງເປັນການເຊື່ອມໂຍງຫຼັກການປົກປ້ອງລູກຄ້າຂອງ SPTF–CERISE ເຂົ້າໃນກອບວຽກແຫ່ງຊາດຂອງຂະແໜງການ. ກົດລະບຽບໃໝ່ນີ້ສະແດງໃຫ້ເຫັນເຖິງຄຸນຄ່າຮ່ວມກັນຂອງຂະແໜງການ —

Scroll to Top