ກ້າວເລັກໆ ສູ່ໂອກາດທີ່ຍິ່ງໃຫຍ່!

ໃນວັນທີ 19/09/2026 ມີນ້ອງໆໄວໜຸ່ມ ແລະ ເດັກນ້ອຍ ຫຼາຍກວ່າ 30 ຄົນ ພ້ອມ ແມ່ໆ ແລະ ທິມບໍລິການເຮືອ ໄດ້ມາຮ່ວມກິດຈະກໍາ ກຽມຮຽນພາສາອັງກິດຊຸມຊົນ ຢູ່ທີ່ ສູນຮຽນຮູ້ສີຂຽວ (GLC)! ຄວາມກະຕືລືລົ້ນ ແລະ ພະລັງຂອງນ້ອງໆ ໃນການຮຽນຮູ້, ເຕີບໂຕ ແລະ ພັດທະນາຕົນເອງ ເພື່ອສະໜັບສະໜູນການທ່ອງທ່ຽວຊຸມຊົນ ໄດ້ສ້າງຄວາມປະທັບໃຈໃຫ້ກັບພວກ ເຮົາຢ່າງຍິ່ງ. ເພື່ອໃຫ້ທຸກຄົນໄດ້ຮັບການຮຽນຮູ້ ແລະ ຝຶກປະຕິບັດຕົວຈິງຢ່າງມີປະສິດທິພາບສູງສຸດ, ພວກ ເຮົາໄດ້ຈັດແບ່ງຜູ້ຮຽນອອກເປັນ 3 ກຸ່ມສະເພາະ ເຊັ່ນ:

1️⃣ ກຸ່ມຜະລິດ, ບໍລິການເຮືອ & ຫາປາ: ພາສາອັງກິດສໍາລັບຜະລິດຕະພັນທ້ອງຖິ່ນ, ການນໍາທ່ຽວຕາມລໍາແມ່ນໍ້າຂອງ & ຄວາມປອດໄພ.

2️⃣ ກຸ່ມໄວໜຸ່ມ (ອາຍຸ 13 ປີຂຶ້ນໄປ): ການຕະຫຼາດດິຈິທອນ, ການຖ່າຍຮູບ, ວິດີໂອສັ້ນ & ການເລົ່າເລື່ອງລາວຊຸມຊົນ.

3️⃣ ກຸ່ມເດັກນ້ອຍ (ອາຍຸ 7–12 ປີ): ພາສາອັງກິດພື້ນຖານແບບມ່ວນຊື່ນ, ກິດຈະກໍາກ່ຽວກັບທໍາມະຊາດ & ສິ່ງແວດລ້ອມໃນບ້ານ.

🗓 ການຮຽນພາສາອັງກິດຈະຈັດຂຶ້ນ ທຸກໆວັນເສົາ ເວລາ 14:00 ຫາ 16:00 ໂມງ!ການຂັບເຄື່ອນທີ່ງົດງາມນີ້ ແມ່ນຜົນກະທົບໂດຍຕົ່ງຈາກໂຄງການຮ່ວມມື ທີ່ໄດ້ຮັບການສະໜັບສະໜູນຈາກ 3 ໂຄງການຜູ້ສະໜັບສະໜູນຫຼັກຂອງພວກ ເຮົາ — ສະຖານທູດນິວຊີແລນ(New Zealand Embassy, ໂຄງການ Lasting Laos, ແລະ ໂຄງການ eMpowering Youths Across ASEAN (ມູນນິທິ ອາຊຽນ & ມູນນິທິ ເມແບັງ). ຂໍຂອບໃຈຢ່າງສູງທີ່ໄດ້ຮ່ວມກັນສ້າງພະລັງໃຫ້ກັບຊຸມຊົນ, ໄວໜຸ່ມ, ເດັກໆ ທີ່ເປັນອະນາຄົດຂອງພວກ ເຮົາ! 💚✨📍 ສູນຮຽນຮູ້ສີຂຽວ (GLC) & ເຮືອນພັກ ບຸບຜາ ແມ່ຂອງ (BMG), ບ້ານຫ້ວຍແຫ້, ເມືອງຈໍາປາສັກ.

ເລື່ອນຂຶ້ນເທິງ