ກັບມາພ້ອມຮອຍຍິ້ມ: ກຸ່ມຜະລິດ ບຸບຜາ ຮ່ວມແຮງຮ່ວມໃຈຜະລິດນ້ຳຢາລ້າງຈານ

ຫຼັງຈາກຜ່ານຜ່າຊ່ວງນ້ຳຖ້ວມ, ທີມງານກຸ່ມຜະລິດ ບຸບຜາ ຂອງພວກເຮົາກໍໄດ້ກັບມາລວມຕົວກັນຢ່າງອົບອຸ່ນ!

ມື້ນີ້ສະມາຊິກແຕ່ລະຄົນໄດ້ມາຮ່ວມແຮງຮ່ວມໃຈກັນຜະລິດ ນ້ຳຢາລ້າງຈານ ສູດເຂັ້ມຂຸ້ນ ເພື່ອຕຽມໄວ້ບໍລິການ ແລະ ເປີດວາງຂາຍໃນຕະຫຼາດຊຸມຊົນ.

ຝາກທຸກໆທ່ານຊ່ວຍຕິດຕາມ ແລະ ອຸດໜູນ ຜະລິດຕະພັນຂອງກຸ່ມແມ່ບ້ານພວກເຮົານຳເນີ້!

ຊື້ຊ່ວຍແມ່ໆແດ່ເດີ: ກ່ອງລະ 8,000 ກີບ, ເອົາ 2 ກ່ອງ 15,000 ກີບ. ກ່ອງໜຶ່ງ ບັນຈຸ 250 ມລ.

#ກຸ່ມຜະລິດບຸບຜາ #ຜະລິດຕະພັນຊຸມຊົນ #ນ້ຳຢາລ້າງຈານ #GLCLAO

ເລື່ອນຂຶ້ນເທິງ