ສູນຮຽນຮູ້ແມ່ນສ້າງຕັ້ງຂື້ນ ທີ່ບ້ານຫ້ວຍແຫ້, ເມືອງ. ແລະ ແຂວງຈຳປາສັກ, ໄດ້ທົດລອງລິເລີ່ມໃນປີ 2022 ແລະ ໄດ້ທະບຽນຢ່າງເປັນທາງການຈາກພະແນກສຶກສາ ແຂວງຈຳປາສັກ ໃນ ເດືອນ ຕຸລາ 2023, ຜູ້ກໍ່ຕັ້ງມີຄວາມຕ້ອງ ຕ້ອງການພັດທະນາບ້ານເກີດ ແລະ ຊຸມຊົນ. ຄົນໜຸ່ມສ່ວນໃຫຍ່ ແມ່ນໄປເຮັດວຽກຢູ່ໄທ, ປະໃຫ້ ຜູ້ເຖົ້າ ພໍ່ແມ່ ເບິ່ງລູກຫລານ ແລະ ເຮັດໃຫ້ ບ້ານ ງຽບເຫງົາ. ຈຶ່ງມີຈຸດປະສົງສ້າງສູນຮຽນຮູ້ ໃຫ້ເປັນສູນລວມ ໃນການຮຽນຮູ້ຈາກຊີວິດ ແລະ ການພັດທະນາຕົວຈິງ, ເຊັ່ນ:
ຮຽນຮູ້ ເລື່ອງການບໍລິຫານເງິນໃນຊີວິດປະຈຳວັນ, ການທ້ອນເງິນ, ການກູ້ເງິນທີ່ຖືກຕ້ອງ ໂດຍຜ່ານ ສສງ ທີ່ຢູ່ໃກ້ຄຽງ ແລະ ກອງທຶນບ້ານ/ທະນາຄານບ້ານ
ຮຽນຮູ້ ເລື່ອງການທ່ອງທ່ຽວວິຖີຊີວິດໃນຊົນນະບົດ, ຍ້ອນຍຸກ
ຮຽນຮູ້ເລື່ອງການເຮັດກະສິກຳແບບປະສົມປະສານ ແລະ ກາຍເປັນທຸລະກິດ ຕ່ອງໂສ້ກະສິກຳ ມຸນຄ່າເພີ້ມ.
ຮຽນຮູ້ຄວາມສຳຄັນຂອງການຮັກສາສະພາບແວດລ້ອມ
ສ້າງຕະຫລາດຊຸມຊົນ ແລະ ຫັດຖະກຳ
ປູກຈະສຳນຶກ ຂອງໄວລຸ້ນ ແລະ ຜູ້ສົນໃຈ ໃນເລື່ອງການເຮັດທຸລະກິດ ຂະໜາດຄອບຄົວ
ວິໄສທັດ
ສ້າງງານສ້າງອາຊີບ ແລະ ສົ່ງເສີມວິຖີຊີວິດຊົນນະບົດຂອງລາວ ແລະ ເປັນຕົວແບບການພັດທະນາຊຸມຊົນແບບມີສ່ວນຮ່ວມໃນ ສປປ ລາວ.
ພາລະກິດ
ສ້າງ ແລະ ພັດທະນາຊັບພະຍາກອນມະນຸດໃຫ້ເປັນມືອາຊີບຢ່າງຕໍ່ເນື່ອງໃນການຜະລິດເປັນສິນຄ້າ ເເລະ ບໍລິການ
ເພື່ອສະໜອງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ ແລະ ສ້າງລາຍຮັບແບບຍືນຍົງ
ປູກຈິດສໍານຶກໃຫ້ປະຊາຊົນຮັກສາວັດທະນະທໍາຊີວິດຊົນນະບົດ ເເລະ ແລະຄວາມເປັນເຈົ້າຂອງຊຸມຊົນ
ປົກປັກຮັກສາສີ່ງເເວດລ້ອມ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດທີ່ມີຢູ່ຢ່າງຈໍາກັດໃຫ້ເກີດປະໂຫຍດສູງສຸດ
ຮ່ວມມືກັບສະຖາບັນການສຶກສາເພື່ອເເລກປ່ຽນບົດຮຽນ ເເລະ ສ້າງໂອກາດໃຫ້ນັກຮຽນ-ນັກສຶກສາໄດ້ມີໂອກາດໃນການພັດທະນາທັກສັກຫຼາຍຂື້ນ.
ເປັນສູນການໃນການເເລກປ່ຽນປະສົບການການເຮັດທຸລະກິດຂອງນັກທຸລະກິດໃນຊຸມຊົນ ເເລະ ຜູ້ທີ່ສົນໃຈທົ່ວໄປ.
ຈຸດປະສົງ
ສູນຮຽນຮູ້ສີຂຽວ ເເມ່ນສູນທີ່ມີຈຸດປະສົງໃນການສ້າງ ເເລະ ພັດທະນາທັກສັກການເປັນຜູ້ປະກອບການ ແມ່ນເປັນທຸລະກິດທາງດ້ານສັງຄົມ ທີ່ມີຈຸດປະສົງ ເພື່ອສ້າງເປັນ ສູນລວມ, ສະຖານຮຽນຮູ້ດ້ວຍກັນ ແລະ ກັນ ຂອງຊຸມຊົນ ໃນຊົນນະບົດ, ຜູ້ທີ່ສົນໃຈ, ເພື່ອສ້າງວຽກເຮັດງານທໍາ, ສ້າງວັດທະນະທຳ ຮັກ ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ແລະ ວັດທະນະທຳການຮຽນຮູ້ໃນຫົວຂໍ້ຕ່າງໆ. ສະພາບແວດລ້ອມ.