ໃນວັນທີ 26 ຕຸລາ 2026 ທີ່ຜ່ານມາ ສູນຮຽນຮູ້ສີຂຽວ (GLC) ຮ່ວມກັບ ກຸ່ມຜະລິດບຸບຜາ ໄດ້ເຂົ້າຮ່ວມກອງປະຊຸມລາຍງານການຈັດຕັ້ງປະຕິບັດໂຄງການ ແລະ ແຜນການຄວາມຍືນຍົງໄລຍະຍາວ ຕໍ່ຄະນະກຳມະການໂຄງການຂັ້ນເມືອງ, ເຊິ່ງນຳໂດຍ ທ່ານ ສຸກິທາ ອິນທະຈັກ, ປະທານຄະນະກຳມະການປົກຄອງເມືອງ ຈຳປາສັກ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ (ຕາງໜ້າຈາກພາກລັດ 19 ທ່ານ ແລະ ຕາງໜ້າຈາກ GLC ພ້ອມດ້ວຍກຸ່ມຜະລິດ 11 ທ່ານ). ພວກເຮົາໄດ້ຮ່ວມກັນສະຫຼຸບຜົນງານທີ່ສຳຄັນພາຍໃຕ້ແຜນງານ eYAA Cohort 6 — ທັງການເປີດຕະຫຼາດຊຸມຊົນບຸບຜາ, ການສ້າງຕັ້ງກອງທຶນຕະຫຼາດ, ການສົ່ງເສີມແມ່ຍິງຜູ້ຜະລິດ, ຫັດຖະກຳຕໍ່າຫູກ, ການແປຮູບ ແລະ ການໄດ້ຮັບອະນຸຍາດສ້າງຕັ້ງກຸ່ມ, ການຮັບຮອງເອົາລະບຽບກຸ່ມຢ່າງເປັນທາງການ. ເພື່ອຮັບປະກັນຄວາມຍືນຍົງຫຼັງຈົບໂຄງການ, ພວກສະເໜີທິດທາງວຽກງານຕໍ່ເນື່ອງ:
ຊຸກຍູ້ ແລະ ຍົກລະດັບສິນຄ້າອາຫານແປຮູບຂອງຊຸມຊົນ ເຂົ້າສູ່ການປະເມີນມາດຕະຖານ ແລະ ກວດຮັບຮອງ ODOP. ສົ່ງເສີມການຕໍ່າຜ້າ ແລະ ການແປຮູບເປັນສິນຄ້າຫັດຖະກຳ.
ສືບຕໍ່ຈັດການຮຽນຮູ້ຟຣີທຸກໆວັນເສົາ ເພື່ອໃຫ້ເດັກນ້ອຍ ແລະ ຊາວໜຸ່ມທ້ອງຖິ່ນໄດ້ພັດທະນາ ທັກສະພາສາອັງກິດ ແລະ ການຕະຫຼາດດິຈິຕອນ/ໂຊຊຽວມີເດຍ ຢ່າງຕໍ່ເນື່ອງ.
ເພີ່ມພູນການປະສານງານກັບຫ້ອງການຂະແໜງການກ່ຽວຂ້ອງຂັ້ນເມືອງ (ກະສິກຳ, ການຄ້າ, ທ່ອງທ່ຽວ, ສະຫະພັນແມ່ຍິງ) ເພື່ອໃຫ້ຕະຫຼາດ ແລະ ອາຊີບຊຸມຊົນເຕີບໂຕຢ່າງເຂັ້ມແຂງ, ພ້ອມສືບຕໍ່ຫາປະສົບການໂດຍນໍາເອົາສິນຄ້າພວກເຮົາໄປອອກວາງສະແດງຕາມງານຕ່າງໆ, ໂດຍສະເພາະພາຍໃນເມືອງ ແລະ ແຂວງຈໍາປາສັກ . ຂໍຂອບໃຈຢ່າງສູງຕໍ່ຄະນະນຳຂັ້ນເມືອງ, ມູນນິທິອາຊຽນ, ມູນນິທິ ເມເບັງ, ໄວໜຸ່ມອາຊຽນ ແລະ ທຸກພາກສ່ວນ ທີ່ໄດ້ຮ່ວມມືກັນຢ່າງໃກ້ຊິດ ເພື່ອສ້າງໂອກາດ ແລະ ຄວາມຍືນຍົງໃຫ້ກັບຊຸມຊົນຂອງພວກເຂົາ! ![]()
![]()



























































