ສສງ ຈໍາປາພັດທະນາ ຮ່ວມມືກັບ GLC ຈັດຝຶກອົບຮົມສຳມະນາ ເພື່ອເປັນຈຸດເລີ່ມຕົ້ນໃນການທົບທວນວິໄສທັດ ແລະ ສືບຕໍ່ແຜນງານພັດທະນາຜູ້ນໍາ 3 ເດືອນ!

ໃນວັນທີ 26-27 ພຶດສະພາ 2026, ໄດ້ຈັດຝຶກອົບຮົມສຳມະນາຫົວຂໍ້ “ການສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງ ແລະ ການເຕີບໂຕທາງຍຸດທະສາດ” ສຳລັບສະພາບໍລິຫານ, ຄະນະກຳມະການກວດກາ, ຄະນະກຳມະການສິນເຊື່ອ, ຄະນະອຳນວຍການ, ຫົວໜ້າໜ່ວຍງານ, ຫົວໜ້າ ແລະ ຮອງໜ່ວຍບໍລິການ ທີ່ຫ້ອງການ ສສງ ຈໍາປາພັດທະນາ, ແຂວງຈໍາປາສັກ.

🎯ການຝຶກອົບຮົມສຳມະນາ ໃນວັນທີ 26-27 ພຶດສະພານີ້ ຄືຈຸດເລີ້ມຕົ້ນບາດກ້າວທຳອິດໃນການຮ່ວມມືທົບທວນ ແລະ ປັບປຸງ ວິໄສທັດ (Vision), ພາລະກິດ (Mission), ການສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ແລະ ເປັນເອກະພາບກ່ຽວກັບ ໂຄງຮ່າງການຈັດຕັ້ງ, ບົດບາດ, ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງແຕ່ລະຝ່າຍຢ່າງຊັດເຈນ.

ເພື່ອເປົ້າໝາຍຄວາມຍືນຍົງ, ສສງຈ ແລະ ສູນຮຽນຮູ້ສີຂຽວ ຮ່ວມກັນສ້າງຄວາມເປັນມືອາຊີບໃນການບໍລິຫານ ແລະ ການຕິດຕາມກວດກາການປະຕິບັດງານ ໂດຍຜ່ານ “ແຜນງານການພັດທະນາຜູ້ນຳແບບເລັ່ງລັດ” (Leadership Building and Development Program) ຕໍ່ເນື່ອງ 3 ເດືອນ (ມິຖຸນາ – ສິງຫາ 2026):

ສຳລັບຜູ້ນຳ14 ທ່ານ ໂດຍແບ່ງເປັນ 4 ໄລຍະ ດັ່ງນີ້:

ໄລຍະ 1 (ມິຖຸນາ): ການປະເມີນ ແລະ ປັບປຸງພື້ນຖານ — ກວດກາສຸຂະພາບອົງກອນ 360 ອົງສາ ແລະ ສົນທະນາເປີດໃຈ 1 ຕໍ່ 1.

ໄລຍະ 2 (ມິຖຸນາ): ເຄື່ອງມີເເກ້ບັນຫາໂດຍເອົາມະນຸດເປັນສູນກາງ (Design Thinking), ການປ່ຽນແນວຄິດ (Mindset Shift) ແລະ ການສ້າງທີມ— ກອງປະຊຸມການເປັນເຈົ້າການ (Ownership Workshop) ແລະ ປັບປຸງພະລັງທີມງານ ທຳລາຍກຳແພງການເຮັດວຽກແບບແຍກສ່ວນ (Silo Culture).

ໄລຍະ 3 (ມິຖຸນາ – ສິງຫາ): ການເປັນຜູ້ດູແລ (Mentor), ການສື່ສານ ແລະ ການມອບວຽກ.

ໄລຍະ 4 (ສິງຫາ): ການສະຫຼຸບຜົນການສ້າງ ແລະ ພັດທະນາຜູ້ນໍາ — ປະເມີນຜົນຂັ້ນສຸດທ້າຍ, ວາງແຜນສືບທອດຕຳແໜ່ງ (Coach) ແລະ ມອບຄຳໝັ້ນສັນຍາຜູ້ນຳຕໍ່ແຜນເຕີບໂຕປີ 2027.

ເລື່ອນຂຶ້ນເທິງ