ເພີ່ມທະວີສັກກະຍະພາບ ໃຫ້ແກ່ທີ່ປຶກສາ ແລະ ຄູ່ຄິດທຸລະກິດຊຸມຊົນ

ສຳເລັດລົງຢ່າງສະງ່າງາມ! ສໍາລັບຫຼັກສູດຝຶກອົບຮົມວິຊາຊີບ ໃນຫົວຂໍ້: “ຄູ່ຄິດທຸລະກິດຊຸມຊົນ: ການວາງແຜນ ແລະ ໃຫ້ຄໍາປຶກສາທຸລະກິດຂະໜາດນ້ອຍ” ທີ່ໄດ້ຈັດຂຶ້ນໃນວັນທີ 20-21 ມິຖຸນາ 2026 ທີ່ຜ່ານມານີ້.

Green Learning Center (GLC) ຂໍສະແດງຄວາມຂອບໃຈຢ່າງສຸດຊຶ້ງ ແລະ ຍ້ອງຍໍຊົມເຊີຍມາຍັງນັກສຳມະນາກອນ ທັງ 21 ທ່ານ ຈາກ ສສງ ຫົວແຊຈະເລີນ, ສສງ ຈຳປາພັດທະນາ.

ຕະຫຼອດໄລຍະ 2 ວັນເຕັມ, ທຸກທ່ານໄດ້ຕັ້ງໃຈ, ແລກປ່ຽນປະສົບການ ແລະ ເພີ່ມທັກສະຕົວຈິງໃນການເປັນຄູ່ຄິດທຸລະກິດຊຸມຊົນ, ການວາງແຜນ ແລະ ການໃຫ້ຄຳແນະນຳແກ່ຜູ້ປະກອບການຂະໜາດນ້ອຍ ແລະ ຈຸນລະພາກ (MSMEs) ໃນຊຸມຊົນ ເພື່ອແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ເສດຖະກິດຖານຮາກຢ່າງຍືນຍົງ.

ພວກເຮົາເຊື່ອໝັ້ນວ່າ ພະລັງຄວາມມຸ່ງໝັ້ນຂອງທັງ 2 SCU ໃນຄັ້ງນີ້ ຈະເປັນແຮງຂັບເຄື່ອນອັນສໍາຄັນ ໃນການນໍາເອົາຄວາມຮູ້ໄປຜັນຂະຫຍາຍ, ຄຽງຂ້າງ ແລະ ຊຸກຍູ້ໃຫ້ສະມາຊິກ ກໍຄືທຸລະກິດຊຸມຊົນ ເຕີບໃຫຍ່ຢ່າງໝັ້ນຄົງ ແລະ ຍືນຍົງ!

ເລື່ອນຂຶ້ນເທິງ