
ເຝິກອົບຮົມການຕະຫຼາດອອນລາຍໃຫ້ຊາວບ້ານ ແລະ ພໍ່ຄ້າແມ່ຄ້າ ທີ່ເມືອງຈຳປາສັກ ໂດຍການສະໜັບສະໜູນຈາກ ສະຖານທູດນິວຊີແລນ
ໃນລະຫວ່າງວັນທີ 11-12/12/2025 ທີ່ສູນຮຽນຮູ້ສີຂຽວ, ບ້ານຫ້ວຍແຫ້, ເມືອງຈຳປາສັກ, ແຂວງຈຳປາສັກ ໄດ້ຈັດຝຶກອົບຮົມ ການເຮັດການຕະຫລາດອອນລາຍ/ເຟສບຸກ ໃຫ້ແກ່ຊາວບ້ານ ແລະ ພໍ່ຄ້າ ແມ່ຄ້າ ທີ່ມາຂາຍເຄື່ອງຢູ່ທີ່ຕະຫລາດຊຸມຊົນ ບຸບຜາ ເຊິ່ງທຸຄົນໄດ້ ຮຽນຮູ້ເທັກນິກພື້ນຖານ ການຖ່າຍພາບ ແລະ ຂຽນເນື້ອໃນ ໂພສ

ບັນຍາກາດການຝຶກອົບຮົມ “Financial Literacy & Small Business Development”
ທີ່ GLC ບ້ານຫ້ວຍແຫ້ ວັນທີ 9-10 ທັນວາ 2025 ຍັງສືບຕໍ່ດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ! ຜູ້ເຂົ້າຮ່ວມທຸກຄົນຕັ້ງໃຈຮຽນຮູ້ ແລະ ແລກປ່ຽນປະສົບການຢ່າງຕັ້ງຫນ້າ ໃນຫົວຂໍ້ການຄຸ້ມຄອງການເງິນ ແລະ ການສ້າງແຜນທຸລະກິດໃໝ່ໆ.ພວກເຮົາຮູ້ສຶກດີໃຈທີ່ໄດ້ເຫັນທຸກຄົນພ້ອມທີ່ຈະນຳເອົາຄວາມຮູ້ທີ່ໄດ້ໄປ ‘ຍົກລະດັບສີມື ແລະ ເພີ່ມລາຍຮັບ’ ໃຫ້ກັບຕົນເອງ

ພາບບັນຍາກກາດການຝຶກອົບຮົມ ວັນທີ 6-7/11/2025
ຝຶກອົບຮົມຟຣີ ! ຫຼັກສູດ“ ການທ່ອງທ່ຽວພື້ນຖານ & ຜະລິດຕະພັນອາຫານ” 6-7/11 ກຽມຄວາມພ້ອມໃຫ້ບ້ານຫ້ວຍແຫ້ດ້ານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ທີ່ຕິດພັນກັບແຫຼ່ງທ່ອງທ່ຽວມໍຣະດົກໂລກ ແລະ ວັດໂຕະໂໝະ thanks to #newzealandEmbassy
ຜູ້ໃຫ້ທຶນ

