
ບັນຍາກາດການຝຶກອົບຮົມ “Financial Literacy & Small Business Development”
ທີ່ GLC ບ້ານຫ້ວຍແຫ້ ວັນທີ 9-10 ທັນວາ 2025 ຍັງສືບຕໍ່ດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ! ຜູ້ເຂົ້າຮ່ວມທຸກຄົນຕັ້ງໃຈຮຽນຮູ້ ແລະ ແລກປ່ຽນປະສົບການຢ່າງຕັ້ງຫນ້າ ໃນຫົວຂໍ້ການຄຸ້ມຄອງການເງິນ ແລະ ການສ້າງແຜນທຸລະກິດໃໝ່ໆ.ພວກເຮົາຮູ້ສຶກດີໃຈທີ່ໄດ້ເຫັນທຸກຄົນພ້ອມທີ່ຈະນຳເອົາຄວາມຮູ້ທີ່ໄດ້ໄປ ‘ຍົກລະດັບສີມື ແລະ ເພີ່ມລາຍຮັບ’ ໃຫ້ກັບຕົນເອງ

ພາບບັນຍາກກາດການຝຶກອົບຮົມ ວັນທີ 6-7/11/2025
ຝຶກອົບຮົມຟຣີ ! ຫຼັກສູດ“ ການທ່ອງທ່ຽວພື້ນຖານ & ຜະລິດຕະພັນອາຫານ” 6-7/11 ກຽມຄວາມພ້ອມໃຫ້ບ້ານຫ້ວຍແຫ້ດ້ານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ທີ່ຕິດພັນກັບແຫຼ່ງທ່ອງທ່ຽວມໍຣະດົກໂລກ ແລະ ວັດໂຕະໂໝະ thanks to #newzealandEmbassy

ສ້າງຄວາມເຂັ້ມແຂງການໃຫ້ບໍລິການການເງິນທີ່ມີຄວາມຮັບຜິດຊອບໃນລາວ
ໃນວັນທີ 29 ຕຸລາ 2025, ຜູ້ອໍານວຍການ ສູນຮຽນຮູ້ສີຂຽວ ໄດ້ມີໂອກາດເຂົ້າຮ່ວມເປັນຜູ້ແປພາສາ ແລະ ປະກອບສ່ວນໃນກອງປະຊຸມສຳມະນາກ່ຽວກັບ ກົດລະບຽບການປະພຶດຂອງການເງິນຈຸລະພາກລາວ (Lao Microfinance Code of Conduct), ເຊິ່ງເປັນການເຊື່ອມໂຍງຫຼັກການປົກປ້ອງລູກຄ້າຂອງ SPTF–CERISE ເຂົ້າໃນກອບວຽກແຫ່ງຊາດຂອງຂະແໜງການ. ກົດລະບຽບໃໝ່ນີ້ສະແດງໃຫ້ເຫັນເຖິງຄຸນຄ່າຮ່ວມກັນຂອງຂະແໜງການ —




