ເຮືອນພັກ ບຸບຜາແມ່ຂອງ ດີໃຈ ແລະ ພາກພູມໃຈຫຼາຍທີ່ໄດ້ຮັບການຄັດເລືອກຮັບທຶນສະໜັບສະໜູນຈາກໂຄງການ Lasting Laos (ລາວຍືນຍາວ) ເພື່ອມາພັດທະນາທຸລະກິດໃຫ້ດີຂຶ້ນກວ່າເກົ່າ. 🌿✨
ພວກເຮົາຂໍຂອບໃຈຢ່າງຈິງໃຈມາຍັງຄະນະຮັບຜິດຊອບໂຄງການ Lasting Laos ທີ່ເຫັນໄດ້ເຖິງຄວາມມຸ່ງໝັ້ນ ແລະ ໃຫ້ໂອກາດອັນມີຄ່ານີ້ແກ່ພວກເຮົາ. ທຶນສະໜັບສະໜູນນີ້ບໍ່ພຽງແຕ່ແມ່ນການຊ່ວຍເຫຼືອດ້ານທຶນຮອນ, ແຕ່ແມ່ນກຳລັງໃຈອັນຍິ່ງໃຫຍ່ໃຫ້ພວກເຮົາກ້າວຕໍ່ໄປໃນເສັ້ນທາງທຸລະກິດສີຂຽວ ແລະ ຍືນຍົງ.
ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ພວກເຮົາແດ່ເດີ້!