ຜູ້ກໍ່ຕັ້ງຫຼັກ GLC ໄດ້ຮັບການຮັບຮອງເປັນ ຜູ້ກວດສອບ CP ລະດັບ 3 ຈາກ Cerise+SPTF

ສູນການຮຽນຮູ້ສີຂຽວ (GLC) ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ຜູ້ກໍ່ຕັ້ງຫຼັກ, ປະມວນ ເພັດທານີ ໄດ້ຮັບໃບຢັ້ງຢືນການເປັນ ຜູ້ກວດສອບທາງດ້ານການປົກປ້ອງລູກຄ້າ (CP Auditor – Level 3) ຈາກ Cerise+SPTF ຢ່າງເປັນທາງການ!

ດ້ວຍປະສົບການການເປັນ ຜູ້ປະເມີນ SEPM ມາແຕ່ປີ 2022, ໃບຢັ້ງຢືນໃໝ່ນີ້ຈະຍິ່ງເສີມສ້າງຄວາມອາດສາມາດຂອງ GLC ໃນການສະໜັບສະໜູນຂະແໜງການເງິນໃນລາວ. ພວກເຮົາສັນຍາທີ່ຈະຊ່ວຍໃຫ້ບັນດາສະຖາບັນບັນລຸມາດຕະຖານສູງສຸດ ໃນການປົກປ້ອງລູກຄ້າ ແລະ ການບໍລິຫານຜົນການດຳເນີນງານດ້ານສັງຄົມ.

Scroll to Top