ຈາກຊາວນາສູ່ການເປັນເຈົ້າຂອງຮ້ານນ້ອຍ – ເສັ້ນທາງຄວາມສຳເລັດຂອງ ແມ່ປ້າອໍ

ໃນໄວ 65 ປີ, ແມ່ປ້າອໍ ໄດ້ພິສູດໃຫ້ເຫັນວ່າ “ບໍ່ມີໃຜແກ່ເກີນຮຽນ” ແລະ ບໍ່ມີຄຳວ່າສາຍເກີນໄປສຳລັບການເລີ່ມຕົ້ນເປັນເຈົ້າຂອງຮ້ານ/ທຸລະກິດ!

ກ່ອນທີ່ຈະເຂົ້າຮ່ວມກັບ ສູນການຮຽນຮູ້ສີຂຽວ (GLC) ແລະ ໂຄງການຕະຫຼາດຊຸມຊົນ ຢູ່ບ້ານຫ້ວຍແຫ້, ຊີວິດຂອງ ແມ່ປ້າອໍ ແມ່ນເພິ່ງພາອາໄສເງິນຊ່ວຍເຫຼືອຈາກລູກໆທີ່ໄປເຮັດວຽກຢູ່ຕ່າງປະເທດປະມານ 2 ລ້ານກີບຕໍ່ເດືອນ. ບາງເດືອນກໍບໍ່ພໍໃຊ້ ຈົນແມ່ປ້າຕ້ອງໄດ້ໄປຮັບຈ້າງລາຍວັນເພື່ອຫາລາຍໄດ້ເສີມ. ເຖິງວ່າຈະມີຮ້ານຂາຍເຄື່ອງນ້ອຍໆທີ່ລູກສາວລົງທຶນໃຫ້ ໃນຕະຫລາດຊຸມຊົນໃນຕົ້ນປີ 2025 ທີ່ບໍ່ໄດ້ເສຍຄ່າເຊົ່າ, ແຕ່ການບໍລິຫານແມ່ນເຮັດໄປຕາມຄວາມຊິນເຄີຍ ໂດຍບໍ່ທັນມີລະບົບການຈັດການທີ່ຊັດເຈນ.
ຈຸດປ່ຽນໄດ້ເລີ່ມຂຶ້ນໃນທ້າຍປີ 2025, ດ້ວຍການສະໜັບສະໜູນຈາກ ສະຖານທູດນິວຊີແລນ, GLC ໄດ້ຊ່ວຍສອນໃຫ້ແມ່ປ້າອໍຮູ້ຈັກການວາງແຜນທຸລະກິດ ແລະ ການບໍລິຫານການເງິນ. ຈາກຄົນທີ່ບໍ່ເຄີຍຈົດບັນທຶກຫຍັງເລີຍ, ມື້ນີ້ແມປ້າອໍກາຍເປັນເຈົ້າຂອງຮ້ານທີ່ເກັ່ງກວ່າເກົ່າ! ລາວຮູ້ຈັກການຈົດບັນທຶກລາຍຮັບ-ລາຍຈ່າຍ, ແຍກເງິນສ່ວນຕົວອອກຈາກທຸລະກິດ, ແລະ ຈັດວາງສິນຄ້າໃນຮ້ານໃຫ້ເປັນລະບຽບເພື່ອດຶງດູດລູກຄ້າ.
ການປ່ຽນແປງທີ່ເກີດຂຶ້ນ:

📈

 ເມື່ອກ່ອນ: ເພິ່ງພາເງິນຈາກລູກ ແລະ ຮັບຈ້າງລາຍວັນເພື່ອໃຫ້ກຸ້ມກິນ.
ປັດຈຸບັນ: ສ້າງລາຍໄດ້ສະເລ່ຍ 150,000 ກີບຕໍ່ມື້ ແລະ ສາມາດຝາກເງິນນໍາກອງທຶນຕະຫຼາດໄດ້ເຖິງ 1 ລ້ານກີບຕໍ່ເດືອນ.
ໃນມື້ນີ້, ແມ່ປ້າອໍ ບໍ່ພຽງແຕ່ສາມາດກຸ້ມຕົນເອງທາງດ້ານການເງິນເທົ່ານັ້ນ, ແຕ່ລາວຍັງເປັນແບບຢ່າງທີ່ດີໃຫ້ແກ່ແມ່ຍິງ ແລະ ເຍົາວະຊົນໃນຊຸມຊົນ. ຮ້ານຂາຍເຄື່ອງຂອງລາວຄືສັນຍະລັກຂອງຄວາມມຸ່ງໝັ້ນ ທີ່ປ່ຽນຈາກ “ຜູ້ຮັບ” ມາເປັນ “ຜູ້ສ້າງ” ເສດຖະກິດໃຫ້ຄອບຄົວຢ່າງຍືນຍົງ.

Scroll to Top