ວິໄສທັດ

ພື່ອປົກປັກຮັກສາ ແລະ ສົ່ງເສີມວິຖີຊີວິດຂອງຊາວຊົນນະບົດລາວ ແລະ ເພື່ອເປັນແບບຢ່າງໃຫ້ແກ່ການພັດທະນາຊຸມຊົນແບບມີສ່ວນຮ່ວມໃນ ສປປ ລາວ

ພາລະກິດ

  1. ການພັດທະນາຊັບພະຍາກອນມະນຸດ: ເສີມສ້າງທັກສະທາງດ້ານວິຊາຊີບໃຫ້ແກ່ຜູ້ຜະລິດພາຍໃນທ້ອງຖິ່ນ, ໂດຍເນັ້ນໜັກເປັນພິເສດໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ແມ່ຍິງ.
  2. ການດຳລົງຊີວິດແບບຍືນຍົງ: ສ້າງວຽກເຮັດງານທຳ ແລະ ໂອກາດໃນການເປັນຜູ້ປະກອບການໃຫ້ແກ່ປະຊາຊົນໃນທ້ອງຖິ່ນ ເພື່ອສ້າງລາຍຮັບທີ່ໝັ້ນຄົງ ແລະ ຍືນຍົງ.
  3. ມໍລະດົກ ແລະ ການເປັນເຈົ້າຕົນເອງ: ສົ່ງເສີມວັດທະນະທຳຊົນນະບົດ ແລະ ຄວາມເປັນເຈົ້າການຂອງຊຸມຊົນ ພ້ອມທັງເຊື່ອມໂຍງຮີດຄອງປະເພນີທ້ອງຖິ່ນເຂົ້າກັບໂອກາດໃນຍຸກສະໄໝໃໝ່.
  4. ການປົກປັກຮັກສາສິ່ງແວດລ້ອມ: ປົກປັກຮັກສາສິ່ງແວດລ້ອມ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດປະໂຫຍດສູງສຸດ ຜ່ານນະວັດຕະກຳສີຂຽວ.
  5. ການຮ່ວມມືດ້ານການສຶກສາ: ຮ່ວມມືກັບບັນດາສະຖາບັນ ແລະ ມະຫາວິທະຍາໄລ ເພື່ອພັດທະນາທັກສະໃຫ້ແກ່ນັກສຶກສາ ແລະ ເຍົາວະຊົນ, ພ້ອມທັງສ້າງຜູ້ນຳຮຸ່ນໃໝ່ໃຫ້ແກ່ເຂດຊົນນະບົດ.

ກິດຈະກຳຫຼັກ

1. ນະວັດຕະກຳດ້ານກະສິກຳ ແລະ ອາຫານ

  • ຟາມແບບປະສົມປະສານ: ສາທິດການປູກພືດອິນຊີແບບຄອບຄົວ ແລະ ລະບົບໜອງປາ.

  • ການປຸງແຕ່ງອາຫານ: ການປຸງແຕ່ງ ແລະ ການບັນຈຸພັນສິນຄ້າທີ່ມີມູນຄ່າສູງ ໂດຍການນຳພາຂອງຜູ້ຊ່ຽວຊານ.

  • ການເຂົ້າເຖິງຕະຫຼາດ: ຊຸກຍູ້ການຢັ້ງຢືນກາໝາຍ "ໜຶ່ງເມືອງ ໜຶ່ງຜະລິດຕະພັນ" (ODOP) ເພື່ອວາງຈຳໜ່າຍໃນຊຸບເປີມາເກັດ.

  • ການສະໜັບສະໜູນທາງດ້ານວິທະຍາສາດ: ນຳໃຊ້ຄວາມຊ່ຽວຊານດ້ານຈຸລະຊີວະວິທະຍາ ແລະ ໂພຊະນາການ ເພື່ອສ້າງຄວາມໝັ້ນຄົງທາງດ້ານອາຫານ.

  • 2. ການດຳລົງຊີວິດແບບຍືນຍົງ ແລະ ການເງິນແບບມີສ່ວນຮ່ວມ

  • ການເຂົ້າເຖິງແຫຼ່ງທຶນ: ຄຸ້ມຄອງກອງທຶນໝູ່ບ້ານ/ກອງທຶນການຕະຫຼາດ, ການທ້ອນຫອມ ແລະ ການເງິນສີຂຽວ.

  • ການຝຶກອົບຮົມດ້ານທຸລະກິດ: ກອງປະຊຸມຝຶກອົບຮົມສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME), ພ້ອມທັງການສະໜັບສະໜູນທຸລະກິດຂອງຊາວກະສິກອນ ແລະ ແມ່ຍິງ.

  • ການບໍລິການໃຫ້ຄຳປຶກສາດ້ານການເຕີບໂຕ: ບໍລິການຊ່ຽວຊານດ້ານການເງິນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (MSME), ກະສິກຳ ແລະ ການທ່ອງທ່ຽວແບບມີສ່ວນຮ່ວມຂອງຊຸມຊົນ.

  • 3. ຊາວໜຸ່ມ, ແມ່ຍິງ ແລະ ການສ້າງຄວາມເຂັ້ມແຂງດ້ານດີຈີຕອນ

  • ການເປັນພີ່ລ້ຽງໃຫ້ຄຳປຶກສາ: ການເປັນຄູຝຶກ ແລະ ໃຫ້ຄຳປຶກສາແກ່ທຸລະກິດຂະໜາດນ້ອຍ ທີ່ນຳພາໂດຍຊາວໜຸ່ມ ແລະ ແມ່ຍິງ.

  • ທັກສະດ້ານດີຈີຕອນ: ການຝຶກອົບຮົມການນຳໃຊ້ເຄື່ອງມືດີຈີຕອນ (ການເຮັດວິດີໂອ, ການຖ່າຍຮູບ, TikTok) ເພື່ອນຳໃຊ້ນະວັດຕະກຳເຂົ້າໃນວຽກງານຊົນນະບົດ.

  • ການເປັນຜູ້ນຳ: ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມໃນທ້ອງຖິ່ນ ເພື່ອໃຫ້ກາຍເປັນຜູ້ນຳໃນການສ້າງການປ່ຽນແປງໃຫ້ແກ່ຊຸມຊົນ

  • 4. ສິ່ງແວດລ້ອມ ແລະ ການດຳລົງຊີວິດແບບສີຂຽວ

  • ການຄຸ້ມຄອງຂີ້ເຫຍື້ອ: ການລົນນະລົງເພື່ອການນຳກັບມາໃຊ້ໃໝ່ (Recycling) ແລະ ການເກັບຂີ້ເຫຍື້ອຢາງປລາສະຕິກ.

  • ນະວັດຕະກຳສີຂຽວ: ສົ່ງເສີມການດຳລົງຊີວິດແບບຍືນຍົງໃນຊີວິດປະຈຳວັນ ຜ່ານການເຄື່ອນໄຫວຂອງຊຸມຊົນ.

  • 5. ວັດທະນະທຳ, ມໍລະດົກ ແລະ ການທ່ອງທ່ຽວແບບມີສ່ວນຮ່ວມຂອງຊຸມຊົນ (CBT)

  • ການຟື້ນຟູທັກສະ: ປົກປັກຮັກສາມໍລະດົກລາວ ໂດຍຜ່ານການຕ່ຳຫູກ ແລະ ວຽກງານຫັດຖະກຳ.

  • ການແລກປ່ຽນຄວາມຮູ້: ກິດຈະກຳທາງດ້ານວັດທະນະທຳທີ່ນຳພາໂດຍຜູ້ອາວຸໂສໃນຊຸມຊົນ (ເຊັ່ນ: ການບາສີສູ່ຂວັນ, ການຟ້ອນ).

  • ການທ່ອງທ່ຽວແບບມີສ່ວນຮ່ວມ ແລະ ກິດຈະກຳຝຶກອົບຮົມ: ຈັດກິດຈະກຳສ້າງຄວາມສາມັກຄີ (Team-building) ແລະ ປະສົບການການທ່ອງທ່ຽວທາງດ້ານວັດທະນະທຳ.

  • Scroll to Top