ໜ່ວຍ1, ບ້ານ ຫ້ວຍແຫ້, ເມືອງ ຈຳປາສັກ, ແຂວງ ຈຳປາສັກ

ເບີມືຖື: +8562092364789,
ອີເມວ: pamouane@glclao.org
ເວັບໄຊທ໌: www.glclao.org

**ໝາຍເຫດ: ໃນປັດຈຸບັນ ການເດີນທາງມາຫາເຮືອນພັກ ແມ່ນສາມາດມາໄດ້ພຽງແຕ່ທາງລົດຈັກ, ລົດຖີບ ແລະ/ຫຼື ເຮືອຂ້າມຟາກ (ບັກ) ເທົ່ານັ້ນ. ພວກເຮົາມີບໍລິການລົດຮັບ-ສົ່ງ ຈາກ ປາກເຊ, ວັດພູ, ຈຳປາສັກ ແລະ ວັດໂຕໂມ ເຊິ່ງຈະມີຄ່າບໍລິການເພີ່ມເຕີມ *

ມີ 3 ເສັ້ນທາງໃນການເດີນທາງຈາກ ປາກເຊ ມາຫາພວກເຮົາ:

1) ເສັ້ນທາງຜ່ານ ວັດພູ (ມໍລະດົກໂລກ):

  • ຂ້າມຂົວມິດຕະພາບ ລາວ-ຍີ່ປຸ່ນ (ຂົວຂ້າມນ້ຳຂອງ ປາກເຊ).

  • ມຸ່ງໜ້າໄປທາງ ວັດພູ (ປະມານ 40 ກິໂລແມັດ), ຈົນຮອດ ບ້ານເມືອງເກົ່າ.

  • ຈາກ ບ້ານເມືອງເກົ່າ, ສືບຕໍ່ເດີນທາງຕາມແຄມຂອງອີກປະມານ 9 ກິໂລແມັດ.

  • ໝາຍເຫດ: ເນື່ອງຈາກສະພາບເສັ້ນທາງໃນປະຈຸບັນ ແລະ ຍັງບໍ່ທັນມີຂົວຂ້າມນ້ຳ, ເສັ້ນທາງນີ້ແມ່ນສາມາດໄປໄດ້ພຽງແຕ່ ລົດຈັກ ຫຼື ລົດຖີບ ເທົ່ານັ້ນ.

2) ເສັ້ນທາງຜ່ານ ດອນຕະລາດ ແລະ ບ້ານໜອງແພມ:

  • ຂ້າມຂົວມິດຕະພາບ ລາວ-ຍີ່ປຸ່ນ (ຂົວຂ້າມນ້ຳຂອງ ປາກເຊ) ແລ້ວມຸ່ງໜ້າໄປທາງ ວັດພູ (ປະມານ 40 ກິໂລແມັດ).

  • ຈາກ ວັດພູ, ຂີ່ຕໍ່ໄປອີກ 10 ກິໂລແມັດ ເຖິງ ດອນຕະລາດ, ແລ້ວລ້ຽວຊ້າຍໄປທາງ ບ້ານໜອງແພມ (ໄລຍະທາງປະມານ 10 ກິໂລແມັດ).

  • ຄຳເຕືອນ: ຫ້າມ ເຊື່ອຕາມ Google Maps ຫຼື Siri; ຫ້າມ ລ້ຽວຊ້າຍເຂົ້າທາງຄອງຊົນລະປະທານ. ໃຫ້ຂີ່ຊື່ໄປເລື້ອຍໆຈົນຮອດ ຫ້ອງການບ້ານໜອງແພມ ແລະ ເຫັນແຄມນ້ຳຂອງ, ຈາກນັ້ນຈຶ່ງລ້ຽວຊ້າຍ.

  • ຈາກນັ້ນ ລ້ຽວຊ້າຍອີກຄັ້ງໄປທາງ ບ້ານທ່າທັນ, ບ້ານສົ້ມໂຮງ ແລະ ບ້ານຫ້ວຍແຮ ເພື່ອມາຮອດເຮືອນພັກ (ໄລຍະທາງປະມານ 7 ກິໂລແມັດ).

  • ໝາຍເຫດ: ເສັ້ນທາງຈາກ ດອນຕະລາດ ມາຫາ ບຸບຜາ ແມ່ຂອງ ເປັນທາງປູຢາງທີ່ຍັງບໍ່ທັນສຳເລັດ (ທາງປູຫີນ/ທາງແດງ).

 

3) ເສັ້ນທາງຜ່ານ ວັດໂຕໂມ (ອຸມມຸງ) ແລະ ຂ້າມເຮືອ:

  • ນຳໃຊ້ເສັ້ນທາງເລກທີ 13 ໃຕ້ (ມຸ່ງໜ້າໄປທາງນ້ຳຕົກຕາດຄອນພະເພັງ) ຈົນຮອດ ຫຼັກກິໂລແມັດທີ 40.

  • ລ້ຽວຂວາ ແລ້ວຂີ່ເຂົ້າໄປປະມານ 4 ກິໂລແມັດ ໄປທາງ ວັດໂຕໂມ.

  • ຈາກ ວັດໂຕໂມ, ຈະມີເຮືອມາຮັບເພື່ອຂ້າມນ້ຳຂອງ (ໃຊ້ເວລາປະມານ 10 ນາທີ).

Scroll to Top