
ພວກເຮົາກຳລັງກ້າວໄປສູ່ “ທຸລະກິດປອດຢາງພາລາສະຕິກ”
ທີ່ ສູນການຮຽນຮູ້ສີຂຽວ (Green Learning Center) ແລະ ບຸບຜາ ແມ່ຂອງ ເກສເຮົາ (Bubpha Mekong Guesthouse), ຄວາມຍືນຍົງຄືຫົວໃຈສຳຄັນຂອງພວກເຮົາ. ພວກເຮົາມີຄວາມພາກພູມໃຈທີ່ໄດ້ສຳເລັດໂຄງການຝຶກອົບຮົມ “ການຫັນປ່ຽນໄປສູ່ທຸລະກິດປອດຢາງພາລາສະຕິກ” ຢ່າງເປັນທາງການ. ດ້ວຍການຮ່ວມມືກັບ Econox Laos ແລະ

ເສີມສ້າງທັກສະທຸລະກິດໃຫ້ແກ່ແມ່ຍິງ ແລະ ຊຸມຊົນ ບ້ານຫ້ວຍແຫ້-ທ່າແຕງ
ໃນວັນທີ 10-11 ກຸມພາ 2026 ທີ່ຜ່ານມາ, ສູນການຮຽນຮູ້ສີຂຽວ (GLC) ໄດ້ຈັດການຝຶກອົບຮົມຄັ້ງທີ 2 ໃນຫົວຂໍ້ “ການຂຽນແຜນທຸລະກິດ ແລະ ຄວາມຮູ້ພື້ນຖານດ້ານການເງິນ” ໃຫ້ແກ່ກຸ່ມແປຮູບອາຫານ ແລະ ຜູ້ຄ້າຂາຍໃນຕະຫຼາດຊຸມຊົນ ຫ້ວຍແຫ້-ທ່າແຕງ. ສິ່ງທີ່ພວກເຮົາໄດ້ຮຽນຮູ້ຮ່ວມກັນ: ການຝຶກອົບຮົມຄັ້ງນີ້ເນັ້ນໃສ່ການປ່ຽນວິທີຄິດ ຈາກການເຮັດກິດຈະກຳລາຍຮັບແບບພື້ນຖານ

ແຈ່ວແຊບໆ ຝີມືກຸ່ມແມ່ຍິງບ້ານຫ້ວຍແຫ້-ທ່າແຕງ ພ້ອມເສີບແລ້ວ!
ແຈ່ວແຊບໆ ຝີມືກຸ່ມແມ່ຍິງບ້ານຫ້ວຍແຫ້-ທ່າແຕງ ພ້ອມເສີບແລ້ວ! > ຫຼັງຈາກທີ່ໄດ້ທົດລອງປຸງແຕ່ງຈົນໄດ້ສູດທີ່ລົງຕົວ ແລະ ແຊບທີ່ສຸດ ມື້ນີ້ພວກເຮົາພ້ອມແລ້ວທີ່ຈະສົ່ງຕໍ່ຄວາມແຊບໃຫ້ທຸກທ່ານໄດ້ຊິມ. ເປັນຜະລິດຕະພັນທີ່ເຮັດດ້ວຍຄວາມຕັ້ງໃຈຂອງເອື້ອຍນ້ອງແມ່ຍິງພາຍໃນບ້ານເຮົາເອງ. ລາຄາພຽງ: 15,000 ກີບ/ກ່ອງ ຊ່ວຍອຸດໜູນ ແລະ ສົ່ງເສີມຜະລິດຕະພັນຊຸມຊົນນຳກັນເດີ້! ສົນໃຈສັ່ງໄດ້ທີ່: 020 56 289 498

ເຝິກອົບຮົມການຕະຫຼາດອອນລາຍໃຫ້ຊາວບ້ານ ແລະ ພໍ່ຄ້າແມ່ຄ້າ ທີ່ເມືອງຈຳປາສັກ ໂດຍການສະໜັບສະໜູນຈາກ ສະຖານທູດນິວຊີແລນ
ໃນລະຫວ່າງວັນທີ 11-12/12/2025 ທີ່ສູນຮຽນຮູ້ສີຂຽວ, ບ້ານຫ້ວຍແຫ້, ເມືອງຈຳປາສັກ, ແຂວງຈຳປາສັກ ໄດ້ຈັດຝຶກອົບຮົມ ການເຮັດການຕະຫລາດອອນລາຍ/ເຟສບຸກ ໃຫ້ແກ່ຊາວບ້ານ ແລະ ພໍ່ຄ້າ ແມ່ຄ້າ ທີ່ມາຂາຍເຄື່ອງຢູ່ທີ່ຕະຫລາດຊຸມຊົນ ບຸບຜາ ເຊິ່ງທຸຄົນໄດ້ ຮຽນຮູ້ເທັກນິກພື້ນຖານ ການຖ່າຍພາບ ແລະ ຂຽນເນື້ອໃນ ໂພສ

ບັນຍາກາດການຝຶກອົບຮົມ “Financial Literacy & Small Business Development”
ທີ່ GLC ບ້ານຫ້ວຍແຫ້ ວັນທີ 9-10 ທັນວາ 2025 ຍັງສືບຕໍ່ດຳເນີນໄປຢ່າງເຂັ້ມຂຸ້ນ ແລະ ເຕັມໄປດ້ວຍຄວາມອົບອຸ່ນ! ຜູ້ເຂົ້າຮ່ວມທຸກຄົນຕັ້ງໃຈຮຽນຮູ້ ແລະ ແລກປ່ຽນປະສົບການຢ່າງຕັ້ງຫນ້າ ໃນຫົວຂໍ້ການຄຸ້ມຄອງການເງິນ ແລະ ການສ້າງແຜນທຸລະກິດໃໝ່ໆ.ພວກເຮົາຮູ້ສຶກດີໃຈທີ່ໄດ້ເຫັນທຸກຄົນພ້ອມທີ່ຈະນຳເອົາຄວາມຮູ້ທີ່ໄດ້ໄປ ‘ຍົກລະດັບສີມື ແລະ ເພີ່ມລາຍຮັບ’ ໃຫ້ກັບຕົນເອງ