ກ້າວສຳຄັນສູ່ການພັດທະນາຊຸມຊົນທີ່ຍືນຍົງ

ໃນວັນທີ 5.5.2026, ສູນຮຽນຮູ້ສີຂຽວ (GLC) ຂອງພວກເຮົາຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບການລົງເຄື່ອນໄຫວຢ້ຽມຢາມຈາກ ທ່ານເລຂາພັກເມືອງ, ປະທານປົກຄອງເມືອງໆຈຳປາສັກ ພ້ອມດ້ວຍຄະນະ.

ໃນການລົງຢ້ຽມຢາມຄັ້ງນີ້, ບັນດາທ່ານຜູ້ນຳໄດ້ຮ່ວມວາງແຜນກໍ່ສ້າງຂົວນ້ອຍບ້ານກະຕຶບ ແລະ ຢ້ຽມຢາມຕະຫຼາດຊຸມຊົນບຸບຜາ ບ້ານຫ້ວຍແຫ້/ທ່າແຕງ. ພ້ອມນີ້, ຍັງໄດ້ໃຫ້ທິດທາງອັນລ້ຳຄ່າແກ່ ກຸ່ມຜະລິດ “ແຊບຫຼາຍເດີແມ່” ໃນການຍົກລະດັບຜະລິດຕະພັນຫັດຖະກຳ, ການແປຮູບປາ ແລະ ຜົນຜະລິດກະສິກຳ ເພື່ອກ້າວໄປສູ່ການຢັ້ງຢືນເປັນສິນຄ້າ ODOP ທີ່ມີຄຸນນະພາບ.

ສູນ GLC ຂໍສະແດງຄວາມຂອບໃຈຢ່າງສຸດຊື້ງ ຕໍ່ຄະນະນຳເມືອງທີ່ຍາມໃດກໍ່ໃຫ້ຄວາມສຳຄັນ ແລະ ຊີ້ນຳນຳພາຢ່າງໃກ້ຊິດ. ພວກເຮົາໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ສົ່ງເສີມການແປຮູບຜະລິດຕະພັນຊຸມຊົນ ໃຫ້ມີຄຸນນະພາບ ແລະ ເຕີບໂຕຢ່າງຍືນຍົງຕະຫຼອດໄປ.

Scroll to Top