ພວກເຮົາມີຄວາມພາກພູມໃຈທີ່ໄດ້ມາແລກປ່ຽນ: ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ຈັດການ ຂອງພວກເຮົາ, ການຈະນາ ເພັດທານີ ໄດ້ຮັບຄັດເລືອກເຂົ້າຮ່ວມໂຄງການ Young Women’s Leadership Mentoring Programme (ປີທີ 2) ຂອງສະຖານທູດອັງກິດ! 🇱🇦🇬🇧
ພວກເຮົາຂໍຂອບໃຈມາຍັງ ທ່ານທູດອັງກິດ ແລະ ທີມງານທຸກທ່ານ ສໍາລັບໂຄງການທີ່ດີເດັ່ນນີ້.
ພ້ອມນີ້, ຂໍຂອບໃຈເປັນຢ່າງສູງມາຍັງ ທ່ານຫົວໜ້າອົງການ FAO ປະຈຳ ສປປ ລາວ ທີ່ໃຫ້ກຽດຮັບເປັນທີ່ປຶກສາ (Coach)! ນີ້ແມ່ນບາດກ້າວທີ່ສຳຄັນໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ GLC ເພື່ອສືບຕໍ່ພັດທະນາໂຄງການເພື່ອຊຸມຊົນຂອງພວກເຮົາຕໍ່ໄປ. 🌿✨



