ເຝິກອົບຮົມການຕະຫຼາດອອນລາຍໃຫ້ຊາວບ້ານ ແລະ ພໍ່ຄ້າແມ່ຄ້າ ທີ່ເມືອງຈຳປາສັກ ໂດຍການສະໜັບສະໜູນຈາກ ສະຖານທູດນິວຊີແລນ

ໃນລະຫວ່າງວັນທີ 11-12/12/2025 ທີ່ສູນຮຽນຮູ້ສີຂຽວ, ບ້ານຫ້ວຍແຫ້, ເມືອງຈຳປາສັກ, ແຂວງຈຳປາສັກ ໄດ້ຈັດຝຶກອົບຮົມ ການເຮັດການຕະຫລາດອອນລາຍ/ເຟສບຸກ ໃຫ້ແກ່ຊາວບ້ານ ແລະ ພໍ່ຄ້າ ແມ່ຄ້າ ທີ່ມາຂາຍເຄື່ອງຢູ່ທີ່ຕະຫລາດຊຸມຊົນ ບຸບຜາ ເຊິ່ງທຸຄົນໄດ້ ຮຽນຮູ້ເທັກນິກພື້ນຖານ ການຖ່າຍພາບ ແລະ ຂຽນເນື້ອໃນ ໂພສ ທີ່ມີປະສິດທິພາບ ເພື່ອການຂາຍ. ນອກນັ້ນກໍ່ໄດ້ມີ ການຝຶກການນຳໃຊ້ ແລະ ເວັບໄຊທ໌ glclao.org ໃຫ້ແກ່ທີມງານ ສູນຮຽນຮູ້ສີຂຽວ ໃນການ ອັບເດດ, ແກ້ໄຂ ແລະ ການໂພສ ໃນເວັບໄຊທ໌. ໂດຍການສະໜັບສະໜູນຈາກ ສະຖານທູດ ນິວຊີແລນ #GLC #BMG #NewZealandEmbassy

Scroll to Top