ພາບບັນຍາກາດຕະຫລາດຊຸມຊົນ ບຸບຜາ ໃນວັນສຸກ ທີ 12/12/2025 ທີ່ຜ່ານມາ ມີບັນຍາກາດຄຶກຄື້ນຫລາຍ ມີຜູ້ມາຂາຍເຄື່ອງຫລາຍກວ່າ 15 ຮ້ານ ເຊິ່ງມີຮ້ານຂາຍຜັກ, ຊີນໝູ, ປາ, ປະເພດເສັ້ນເຂົ້າປຽກ, ເສັ້ນເຝີ, ເຄື່ອງປຸງແຕ່ງ ແລະ ເຄື່ອງໃຊ້ສອຍທົ່ວໄປ. ມີລູກຄ້າມາຈາກບ້ານຕ່າງໆໃນອ້ອມແອ້ມ. ຕະຫລາດເປີດ ທຸກໆວັນອັງຄານ ແລະ ວັນສຸກ ຕອນເຊົ້າ ເວລາ 6:00 ຫາ 10:00 ໂມງ ເຊົ້າ








