ອຳນວຍການ ສູນຮຽນຮູ້ສີຂຽວ (GLC) ໄດ້ເຂົ້າຮ່ວມກອງປະຊຸມ ວາງແຜນຍຸດທະສາດ ຄັ້ງທີ 1 ໂຄງການ ສົ່ງເສີມພັດທະນາ ເສດຖະກິດ ສຳລັບແມ່ຍິງ ໃນ ສປປ ລາວ (EMPOWER) ໃນວັນທີ 11 ພຶດສະພາ 2026 ທີ່ນະຄອນຫຼວງວຽງຈັນ. ຂໍຂອບໃຈມາຍັງ ທີມງານ GIZ-EMPOWER ແລະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໄດ້ໃຫ້ໂອກາດແກ່ພວກເຮົາ ໃນການເປັນສ່ວນໜຶ່ງຂອງກອງປະຊຸມທີ່ສຳຄັນໃນຄັ້ງນີ້

